ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ

Aug 22, 2025

ຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ
ໃນຕອນເຊົ້າຂອງວັນທີ 20 ສິງຫາ 2025, ສະຫາຍ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (02/09/1945-02/09/2025) ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ (28/08/1945-28/08/2025), ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ.
ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນສະຫາຍ ຫງວຽນ ມິງ ເຕີມ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ກໍ່ຄື ການນໍາພັກ-ລັດ ຂອງຫວຽດນາມ, ແລະ ໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ຕະຫຼອດໄລຍະ 8 ທົດສະວັດຜ່ານມາ ສະຫາຍຫວຽດນາມ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕ ເລິມ ເປັນຜູ້ນໍາພານັ້ນ, ສະຫາຍຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.
ພ້ອມນີ້, ສະຫາຍ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ຂະແໜງການຕ່າງປະເທດຫວຽດນາມ ຍາດມາໄດ້ຕະຫລອດໄລຍະ 80 ປີຜ່ານມາ, ຊຶ່ງເປັນຂະແໜງການນໍາໜ້າພາທາງທີ່ເຂັ້ມແຂງ ແລະ ມີການວາງນະໂຍບາຍທີ່ຖືກຕ້ອງຕາມແຕ່ລະໄລຍະ ອັນເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ໃຫ້ຂະຫຍາຍຕົວ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ກໍ່ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີຄຸນຄ່າຂອງສະຫາຍຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄື ໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະ ປະກອບສ່ວນສໍາຄັນຂອງ ສະຖານທູດຫວຽດນາມ ໃນການເປັນຂົວຕໍ່ປະສານງານ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃນໄລຍະຜ່ານມາ, ເຮັດໃຫ້ການເຄື່ອນໄຫວຢ້ຽມຢາມ ແລະ ການຮ່ວມມືສອງຝ່າຍລະຫວ່າງ ລາວ-ຫວຽດນາມ ກໍ່ຄືການຢ້ຽມຢາມຂອງສອງການນໍາ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ລວມທັງການປະກອບສ່ວນຊຸກຍູ້ໃຫ້ຫຼາຍໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າເປັນກ້າວໆ, ຫຼາຍໂຄງການກໍ່ໄດ້ເຮັດສຳເລັດ ແລະ ເປີດນຳໃຊ້ຢ່າງມີປະສິດທິຜົນ, ຊຶ່ງປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.
ໃນໂອກາດດຽວກັນນີ້, ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມຢືນຢັນວ່າ ສະຖານທູດ ກໍ່ຄື ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ