ແກ່ນທ້າວ ປາຖະກະຖາ 4 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ ( 13 ສິງຫາ 1950-13 ສິງຫາ 2025 ), ວັນຍຶດອຳນາດທົ່ວປະເທດ ຄົບຮອບ 50 ປີ ແລະ ແຂວງໄຊຍະບູລີ ຄົບຮອບ 50 ປີ (23 ສິງຫາ 1975-23/8/2025), ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ( 15 ສິງຫາ 1982-15 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ( 15 ສິງຫາ 1991-15 ສິງຫາ 2025 ) ຂຶ້ນໃນວັນທີ 20 ສິຫາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ ,ສະມາຊິກສະພາປະຈໍາເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດຜູ້ປະກອບການ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ 100 ກວ່າຄົນ.
ພິທີ ປາຖະກະຖາ ຄັ້ງນີ້, ເພື່ອຍົກໃຫ້ເຫັນມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສື່ມວນຊົນ ແລະ ພິມຈຳໜ່າຍ ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ເຊິ່ງໄດ້ກາຍເປັນເຄື່ອງມືແຫຼມຄົມຂອງພັກ ໃນການໂຄສະນາເຜີຍແຜ່ ແລະ ສະໜອງດ້ານຂໍ້ມູນ-ຂ່າວສານ, ບັນດາເຫດການສຳຄັນຕ່າງໆຊາດ, ຂອງພັກ ແລະ ສາກົນໃຫ້ແກ່ສັງຄົມ, ເປັນເຈົ້າການ ໃນການຕອບແກ້ຂ່າວທາງສຽງສັງຄົມ, ການໂຄສະນາໃສ່ຮ້າຍປ້າຍສີຂອງພວກກຸ່ມຄົນບໍ່ດີ ຕໍ່ແນວທາງນະໂຍບາຍຂອງພັກເຮົາ. ສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບພາລະບົດບາດ ຂອງລັດຖະທຳມະນູນ ແລະ ສານປະຊາຊົນ, ເພື່ອເຮັດໃຫ້ຊັ້ນຄົນຕ່າງໆໃນທົ່ວສັງຄົມມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ແນໃສ່ບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ແລະ ເພື່ອໂຄສະນາສຶກສາອົບຮົມໃຫ້ ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ບັນດາເຜົ່າໃນທົ່ວເມືອງ ເຫັນໄດ້ບົດບາດຄວາມສໍາຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ 4 ວັນປະຫວັດສາດດັ່ງກ່າວ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ພວກເຮົາພວມປະເຊີນໜ້າໃນປັດຈຸບັນ.
ຂ່າວ: ແກ່ນທ້າວ.




