ມຊ ກຽມເປີດສອນວິຊາດ້ານການທ່ອງທ່ຽວ ແລະບໍລິການໄວໆນີ້.

ວັນທີ 20 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ຂໍ້ມູນວິຊາສອນດ້ານການທ່ອງທ່ຽວ ແລະບໍລິການ ເປັນສ່ວນໜຶ່ງໃນໂຄງການ ພັດທະນາຫຼັກສູດ ນະວັດຕະກຳເພື່ອການຮຽນຮູ້ຂອງກຳລັງແຮງງານໃນຂະແໜງການທ່ອງທ່ຽວແບບຍືນຍົງ, ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ).
ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ກ່າວວ່າ: ສໍາລັບໂຄງການນີ້ແມ່ນລົງເລິກການພັດທະນາຫຼັກສູດ ນະວັດຕະກຳເພື່ອການຮຽນຮູ້ຂອງກຳລັງແຮງງານໃນຂະແໜງການທ່ອງທ່ຽວ ແລະ ສ້າງກົນໄກການຮ່ວມມືລະຫວ່າງ ມະຫາວິທະຍາໄລ ແລະ ພາກທຸລະກິດ. ສຳລັບການສ້າງຫຼັກສູດວິຊາສອນທີ່ກ່ຽວກັບການທ່ອງທ່ຽວ ແລະການບໍລິການແບບຍືນຍົງປະກອບມີ 8 ລາຍການວິຊາ, ເຊິ່ງຈະເລີ່ມການຮຽນ-ການສອນ ໃນເດືອນກັນຍາ ຫາ ເດືອນຕຸລາ 2025 ໂດຍເປີດໂອກາດໃຫ້ຜູ້ສົນໃຈສາມາດສະໝັກເຂົ້າຮຽນໄດ້ ໂດຍຈະເນັ້ນເນື້ອໃນບົດຮຽນເປັນພາກທິດສະດີ 10-30% (ສອນໂດຍອາຈານຂອງ ມຊ ແລະ ອາຈານ ຮັບເຊີນຈາກພາຍນອກ), ເນັ້ນພາກປະຕິບັດຕົວຈິງ 70-90% ວິຊາການສອນປະກອບມີ: 1. ການດຳເນີນງານ ແລະ ການຈັດການທຸລະກິດການບໍລິການ ແລະການທ່ອງທ່ຽວແບບຍືນຍົງ; 2. ການເປັນຜູ້ປະກອບການດ້ານການບໍລິການ ແລະທ່ອງທ່ຽວ; 3. ບົດນຳກ່ຽວກັບອີເລັກໂຕຣນິກ; 4. ລະບົບຂໍ້ມູນຂ່າວສານສຳລັບລະບົບຕ່ອງໂສ້ງການສະໜອງ ແລະການບໍລິຫານຄວາມສຳພັນກັບລູກຄ້າ; 5. ໄອຊີທີໃນອຸດສາຫະກຳການທ່ອງທ່ຽວ ແລະເສດຖະສາດ; 6. ການວິເຄາະຕະຫຼາດແຮງງານ ແລະການຊອກວຽກໃນຂະເແໜງການທ່ອງທ່ຽວ; 7. ການຕະຫຼາດດິຈິຕອນສຳລັບການທ່ອງທ່ຽວ; 8. ບຸກຄະລິກກະພາບການບໍລິການ.
ທີ່ມາ: ຂ່າວສານ ມຊ




