ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ.

Aug 22, 2025

ຫາລືໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ.
ວັນທີ 20 ສິງຫາ 2025, ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງຊຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ, ໂດຍການເປັນປະທານຂອງທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ກຕສ, ໂດຍມີທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເປັນການສືບຕໍ່ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການທຸລະກໍາຊັບສິນດິຈິຕອນ ຢູ່ ສປປ ລາວ. ພ້ອມນີ້, ຈະໄດ້ຮັບຟັງ ການລາຍງານຄືນຜົນສໍາເລັດການຈັດຕັ້ງປະຕິບັດໂຄງການທົດລອງ, ພັນທະທາງດ້ານການເງິນ ແລະ ການຈັດສັນພະລັງງານໄຟຟ້າ ລວມທັງຂໍ້ສະດວກ-ຂໍ້ຫຍຸ້ງຍາກຕ່າງໆ ຈາກພາກສ່ວນກ່ຽວຂ້ອງ ແລະ ປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນ. ພ້ອມນັ້ນ, ຄະນະຄຸ້ມຄອງໂຄງການ ຍັງຈະໄດ້ປຶກສາຫາລື ຮ່ວມກັນກໍານົດທິດທາງ ແລະ ແຜນການໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ.
ຈຸດປະສົງໂຄງການທົດລອງດໍາເນີນທຸລະກໍາຊັບສິນດິຈິຕອນຢູ່ປະເທດລາວ ແມ່ນກວມເອົາ 3 ບັນຫາຕົ້ນຕໍ ຄື: 1) ປະເທດເຮົາມີທ່າແຮງດ້ານພະລັງງານໄຟຟ້າ, ຊຶ່ງໄດ້ຜະລິດອອກມາ ແຕ່ຍັງບໍ່ທັນນໍາໃຊ້ຢ່າງມີປະສິດຕິຜົນສູງ. ພະລັງງານໄຟຟ້າຈໍານວນໜຶ່ງບໍ່ທັນສາມາດສົ່ງອອກນອກປະເທດໄດ້ຍ້ອນຫຼາຍສາເຫດ ເຊັ່ນ: ບໍ່ສາມາດ ເຈລະຈາຊື້-ຂາຍໄດ້ເທື່ອ, ບໍ່ທັນມີສາຍສົ່ງເທື່ອ; 2) ຖານລາຍຮັບຍັງຈໍາກັດ, ສະນັ້ນທຸລະກິດດັ່ງກ່າວຈະສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ແລະ ເປັນແຫຼ່ງລາຍຮັບ ທີ່ເປັນເງິນຕາຊຶ່ງຈະສາມາດເພີ່ມຄັງແຮເງິນຕາຂອງລັດຖະບານ; 3) ລັດຖະບານບໍ່ໄດ້ລົງທຶນ, ພຽງແຕ່ມອບໃຫ້ບັນດາກະຊວງ, ຂະແໜງການອອກລະບຽບການຄຸ້ມຄອງ, ຊຸກຍູ້, ສົ່ງເສີມເທົ່ານັ້ນເພື່ອໃຫ້ຜູ້ປະກອບການພາຍໃນປະເທດລົງທຶນເອງ ແລະ ສະກັດກັ້ນບໍ່ໃຫ້ເງິນຕາຮົ່ວໄຫຼອອກນອກປະເທດ.
ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ