ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ.

ໃນໂອກາດເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ໌ (H.E. Gombojov Zandanshatar), ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານ ແຫ່ງ ມົງໂກລີ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ຈາກ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ເຖິງ ພະນະທ່ານ ນາຍົກລັດຖະມົນຕີ ກອມບໍຈາວ ຊັງຕັງຊາທາຣ໌ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ຄົນໃໝ່ ໃນເດືອນກໍລະກົດ 2025 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍວັນຊາດມົງໂກລີ ຄົບຮອບ 819 ປີ ໃນວັນທີ 11 ກໍລະກົດ 2025 ທີ່ຜ່ານມາ.
ພະນະທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໃນວັນທີ 20 ສິງຫາ 2025 ທີ່ຜ່ານມາ, ເຊິ່ງ ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ການພົວພັນ ແລະ ຮ່ວມມືໃນສາຍພັກ, ລັດຖະສະພາ, ປ້ອງກັນຊາດ, ສາທາລະນະສຸກ, ກະສິກຳ, ການສຶກສາ, ການຄ້າ, ວັດທະນະທໍາ, ການທ່ອງທ່ຽວ ກໍ່ຄືການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ ເພີ່ມຂຶ້ນໃນຊຸມປີຕໍ່ໜ້າ. ພະນະທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ ແຂວງຊຽງຂວາງ ແລະ ການສົ່່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ, ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ລັດຖະບານລາວ ໃນປີ 2018 ທີ່ຜ່ານມາ.
ໃນຂະນະດຽວກັນ, ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ໌, ນາຍົກລັດຖະມົນຕີ ແຫ່ງ ມົງໂກລີີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢຶ້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ມາຍັງ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ທີ່ເຄີຍໄດ້ຮ່ວມເຮັດວຽກຮ່ວມກັນເມື່ອຄັ້ງທີ່ ດໍາລົງຕໍາແໜ່ງເປັນ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ແລະ ຝາກຄວາມຢື້ຢາມຖາມຂ່າວ ຫາ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງການມົງໂກລີ ຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ກໍຄືການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ທີ່ ມົງໂກລີ ໃນຄັ້ງນີ້, ອັນໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມົງໂກລີ ແລະ ສປປ ລາວ.
ພະນະທ່ານ ນາຍົກລັດຖະມົນຕີແຫ່ງມົງໂກລີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC) ລາວ-ມົງໂກລີ ຄັ້ງທີ12 ທີ່ ສປປ ລາວ ເປັນເຈົ້າພາບ ໃນເດືອນມັງກອນ 2025 ຜ່ານມາ ແລະ ສະເໝີໃຫ້ສອງຝ່າຍສືບຕໍ່ ຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມດັ່ງກ່າວ ກໍຄື ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍຕ່າງໆ ທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ເປັນຮູບປະທໍາ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ ມົງໂກລີ ແລະ ສປປ ລາວ.
ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ





