ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍທຂ ທາບທາມບຸກຄະລາກອນ ຮອບທີ II ເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງ.

Aug 22, 2025

ຍທຂ ທາບທາມບຸກຄະລາກອນ ຮອບທີ II ເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງ.
ກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2)
​ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2), ທີ່ສູນປະຊຸມ ICTC. ໂດຍການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ ຍທຂ, ຄະນະໜ່ວຍພັກຮາກຖານ ແລະ ບັນດາຜູ້ແທນສົມບູນ ແລະ ສຳຮອງ ອ້ອມຂ້າງກະຊວງເຂົ້າຮ່ວມ.
​ໃນກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V; ຮ່າງແຜນພັດທະນາຂະແໜງການ ຍທຂ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V, ພ້ອມທັງປະກອບຄໍາເຫັນໃສ່ເນື້ອໃນ 3 ເອກະສານ; ຜ່ານມາດຕະຖານຄະນະບໍລິຫານງານພັກກະຊວງ ແລະ ມາດຕະຖານຄະນະປະຈຳ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກກະຊວງ. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2).
ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວບາງຕອນວ່າ: ປັດຈຸບັນອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ປະກອບມີ: 19 ໜ່ວຍພັກຮາກຖານ, ມີຈຳນວນສະມາຊິກພັກທັງໝົດ 741 ສະຫາຍ, ຍິງ 205 ສະຫາຍ, ສຳຮອງ 65 ສະຫາຍ, ຍິງ 26 ສະຫາຍ; ຄະນະບໍລິຫານງານພັກກະຊວງ ທັງໝົດ 12 ສະຫາຍ, ຄະນະປະຈຳພັກກະຊວງ 04 ສະຫາຍ, ແລະ ມີຄະນະໜ່ວຍພັກຮາກຖານ ຈຳນວນ 73 ສະຫາຍ, ຍິງ 15 ສະຫາຍ.
ຜ່ານການນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ໃນໄລຍະ 5 ປີ (2021-2025)ໃນວຽກງານວິຊາສະເພາະດ້ານຕ່າງໆເຊັ່ນ: ວຽກງານຂົວທາງ, ວຽກງານຂົນສົ່ງ, ວຽກງານທາງນໍ້າ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ, ນຳພາລັດວິສາຫະກິດ, ວຽກງານ 3 ສ້າງ, ວຽກຄຸ້ມຄອງລັດ, ອົງການການຈັດຕັ້ງມະຫາຊົນ, ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ວຽກພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກກວດກາເປັນຕົ້ນ.