ໃນວັນທີ 22 ສິງຫາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ພົບປະໂອ້ລົມ ຊີ້ນຳວຽກງານ ຕໍ່ການນຳຫຼັກແຫຼ່ງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມມີ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ.

ໃນໂອກາດນີ້, ທ່ານ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 8 ເດືອນທີ່ຜ່ານມາ ໃຫ້ຊາບວ່າ ໄດ້ເອົາໃຈໃສ່ນໍາພາປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ຈຸດທີ່ຫຼໍ່ແຫຼມ; ການພັດທະນາເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ, ຄາດຄະ ເນໝົດປີ 2025 ຈະຂະຫຍາຍຕົວໃນລະດັບ 6%; ໄດ້ສຸມໃສ່ການຜະລິດກະສິກໍາ, ປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ ເປັນຕົ້ນ ການປູກເຂົ້າ ແລະ ລ້ຽງສັດໃຫຍ່ ຢ່າງເປັນຂະບວນກວ້າງຂວາງ; ດ້ານພະລັງງານໄຟຟ້າ ສາມາດຜະລິດ ແລະ ຈໍາໜ່າຍ ໄດ້ 73 ລ້ານກວ່າກິໂລວັດໂມງ, ເທົ່າກັບ 52% ຂອງແຜນປີ; ດ້ານແຮ່ທາດ ທີ່ເຄື່ອນໄຫວຢູ່ແຂວງຊຽງຂວາງ ມີທັງໝົດ 93 ບໍລິສັດ, ໃນນັ້ນ ສຶກສາສຳຫຼວດ 27 ບໍລິສັດ, ຂຸດຄົ້ນ ແລະ ປຸງແຕ່ງ 66 ບໍລິສັດ; ວຽກງານວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ຍົກລະດັບຄຸນນະພາບການຮຽນ-ການສອນ, ການບໍລິການ ດ້ານສາທາລະນະສຸກ ໃຫ້ດີຂຶ້ນເປັນກ້າວໆ; ທົ່ວແຂວງຍັງມີບ້ານທຸກຍາກ ກວມ 38%, ມີບ້ານພັດທະນາ ກວມ 22%, ພິເສດ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາບ້ານຄັງວຽງ, ເມືອງໝອກ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນເດືອນມິຖຸນາ ທີ່ຜ່ານມາ; ການພົວພັນ-ຮ່ວມມືກັບຕ່າງປະເທດ ໄດ້ເອົາໃຈໃສ່ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມກັບ ແຂວງ ແລະ ນະຄອນ ຈຳນວນໜຶ່ງ ຂອງ ສສ ຫວຽດນາມ ແລະ ສປ ຈີນ ໂດຍໄດ້ຜັດປ່ຽນກັນໄປຢ້ຽມຢາມ ພົບປະແລກປ່ຽນບົດຮຽນ ແລະທັດສະນະສຶກສາ ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ.

ໃນໂອກາດດຽວກັນ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ແຂວງສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ; ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ, ພາກພື້ນ ແລະ ພາຍໃນປະເທດ ໂດຍສະເພາະ ທ່າອ່ຽງ, ຄວາມສ່ຽງ ແລະ ບັນດາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງປະເທດເຮົາ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກຕໍ່ການນຳແຂວງ ໃຫ້ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນ: ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ພາຍໃນແຂວງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ; ສືບຕໍ່ເພີ່ມທະວີສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ດ້ວຍຫຼາຍຮູບການ, ສອດຫ້ອຍຢູ່ນໍາທຸກຂົງເຂດວຽກງານ ແລະ ຕ້ອງເຮັດຢ່າງເປັນປະຈຳ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມ 5 ຈຸດສຸມ ໃຫ້ໄດ້ຮັບສຳເລັດຕາມແຜນທີ່ກຳນົດໄວ້; ເອົາໃຈໃສ່ການຈັດເກັບລາຍຮັບ, ອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ສືບຕໍ່ສ້ອມແປງເສັ້ນທາງ ໃຫ້ສາມາດທຽວໄປມາໄດ້ສະດວກ; ສຸມໃສ່ເລັ່ງແກ້ໄຂປະກົດການຫຍໍ້ທໍ້ດ້ານແຮ່ທາດ ຕາມນິຕິກໍາຕ່າງໆ ທີ່ພັກ-ລັດຖະບານວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ, ທັງເພີ່ມທະວີການຄຸ້ມຄອງທີ່ມີປະສິດທິຜົນສູງ ໂດຍສະເພາະ ການປະຕິບັດດ້ານພັນທະ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຜົນກະທົບດ້ານຕ່າງໆ ໃຫ້ດີ; ສືບຕໍ່ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ; ໄດ້ສະເໜີ ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ດີ ແລະ ມີຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ກໍ່ໄດ້ມີບໍລິສັດຈຳນວນໜຶ່ງມອບທຶນຊ່ວຍເຫຼືອ ຈໍານວນ 2,420,000,000 ກີບ (ສອງພັນສີ່ຮ້ອຍຊາວລ້ານກີບ) ໃຫ້ແກ່ອົງການປົກຄອງແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ຟື້ນຟູຜົນກະທົບ ຈາກໄພພິບັດທຳມະຊາດ ທີ່ເກີດຂຶ້ນໃນປີ 2025. ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຕິດຕາມກວດກາເບິ່ງພື້ນທີ່ຕົວຈິງ ການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ກວາງຈຽນຊິນ ແສງສະຫວ່າງ ພັດທະນາແຮ່ຫາຍາກ ແລະ ໄດ້ໄປຢ້ຽມຢາມຟາມລ້ຽງງົວນົມ ຂອງບໍລິສັດ ພັດທະນາກະສິກຳ ລາວ-ຢີ່ປຸ່ນ ຢູ່ພາຍໃນແຂວງດັ່ງກ່າວ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.


