ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງວຽງຈັນ ຄອງແຊັມໃນບຸນຊ່ວງເຮືອປະເພນີທີ່ນະຄອນ-ຫຼວງພະບາງ

Aug 24, 2025

ບຸນຊ່ວງເຮືອປະເພນີປະຈໍາປີ ພ.ສ 2568 ຄ.ສ 2025 ໂອກາດບຸນຫໍ່ເຂົ້າປະດັບດິນ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເບີກບານມ່ວນຊື່ນ ໃນວັນທີ 23 ສີງຫາ ນີ້ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ-ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ ແລະ ຕ່າງແຂວງ ເຂົ້າຮ່ວມລວມທັງໝົດ 22 ລໍາ. ຜ່ານການແຂ່ງຂັນທ່າມກາງສຽງຊົມສຽງເຊຍຢ່າງມ່ວນຊື່ນ ຕາມແຄມຝັ່ງນ້ຳຄານຜົນປະກົດວ່າ: ທີ 1 (ແຊັມ) ແມ່ນເຮືອຊ່ວງແຂວງ ວຽງຈັນ (ບໍລິສັດ ນໍາເພັດຈະເລີນຊັບ) ໄດ້ຮັບຂັນຄອງແຊັມ 3 ປີ (ປີທໍາອິດ) ຂັນເປັນເງິນນໍ້າໜັກ 1,500 ກຣາມ 1 ໜ່ວຍ, ພ້ອມຂັນແຊັມປະຈໍາປີ ເປັນຂັນເງິນ ນໍ້າໜັກ 1,000 ກຣາມ 1 ໜ່ວຍ ແລະ ເງິນສົດ 20 ລ້ານກີບ, ທີ 2 ເຮືອຊ່ວງທະນາຄານພັດທະນາລາວ LDB ໄດ້ຮັບຂັນເງິນ ນ້ຳໜັກ 800 ກຣາມ 1 ໜ່ວຍ ພ້ອມເງິນສົດ 19 ລ້ານກີບ, ທີ 3 ເຮືອຊ່ວງຫຼວງພະບາງສະມາດຊິດຕີ ໄດ້ຮັບຂັນເງິນນໍ້າໜັກ 500 ກຣາມ 1 ໜ່ວຍ ພ້ອມເງິນສົດ 18 ລ້ານກີບ, ທີ 4 ເຮືອຊ່ວງເຈົ້າຫຼວງ ໄດ້ຮັບເງິນສົດ 17 ລ້ານກີບ, ທີ 5 ເຮືອຊ່ວງອິຊຸຊຸລາວ ບ້ານ ນູນສະຫວາດ ນາງ ກາບແກ້ວ ໄດ້ຮັບເງິນສົດ 16 ລ້ານກີບ, ທີ 6 ເຮືອຊ່ວງລາວແກັສ ສັງຄະໂລກ 2 ມ້າວພາໂຊກ ໄດ້ຮັບເງິນສົດ 15 ລ້ານກີບ, ທີ 7 ເຮືອຊ່ວງວິນລາ ທຣີດີ ໄຊດາລາ ວັດຫາດຮ່ຽນ 2 ໄດ້ຮັບເງິນສົດ 14 ລ້ານກີບ, ທີ 8 ເຮືອຊ່ວງວັດຊຽງທອງ 1 ນາງ ບົວລອຍ 1 ພະແນກສາທາລະນະສຸກແຂວງ ໄດ້ຮັບເງິນສົດ 13 ລ້ານກີບ, ທີ 9 ຮ່ວມມີ 4 ລຳຄື: ເຮືອຊ່ວງ ບໍລິສັດ ພັນທະມິດກຣຸບ ແຂວງໄຊຍະບູລີ, ເຮືອຊ່ວງ ບ້ານເມືອງຂາຍ, ເຮືອຊ່ວງ ເມືອງຊຽງເງິນ ຊາວໜຸ່ມບ້ານປາກແວດ ແລະ ເຮືອຊ່ວງລາວແກັສ ສັງຄະໂລກ 2 ເຮືອນພັກມ້າວພາໂຊກ ໄດ້ຮັບເງີນລາງວັນເງິນສົດ ລຳລະ 12 ລ້ານກີບ, ທີ 13 ຮ່ວມ ມີ 4 ລຳຄື: ເຮືອຊ່ວງ ບ້ານປາກເຊືອງ, ເຮືອຊ່ວງ ບ້ານຖິ່ນຊົມ, ເຮືອຊ່ວງ ນາວາປາກຄາມບ້ານໂພນສະອາດ ພະແນກສຶກສາທິການ ແລະ ກິລາແຂວງ, ເຮືອຊ່ວງ ບໍລິສັດ ແສງສິງຫາ ເມືອງພູຄູນ ບ້ານຄົກມັນ ໄດ້ຮັບລາງວັນເງີນສົດລຳລະ 11 ລ້ານ 5 ແສນກີບ, ທີ 17 ຮ່ວມ ມີ 6 ລໍາຄື: ເຮືອຊ່ວງ ບ້ານຊຽງລ້ອມ, ບໍລິສັດ ດວງປະເສີດ ກໍ່ສ້າງ-ຂົວທາງ ຈໍາກັດ, ເຮືອຊ່ວງ ວັດຊຽງທອງ 2 ນາງ ບົວເງິນ, ເຮືອຊ່ວງ ວັດບ້ານພັນຫລວງ ເທບທິດານາຄີ (ບໍລິສັດ PMA LAO), ເຮືອຊ່ວງ ລາວແກັສ ບ້ານສັງຄະໂລກ 1, ເຮືອຊ່ວງ ກຸ່ມວັດທາດ ບ້ານວັດທາດ ນາງຫົງຄໍາ-ນາງກົ່ງຄໍາ ແລະ ເຮືອຊ່ວງ ວັດໃໝ່ສຸວັນນະພູມມະຣາມ ບ້ານປ່າຂາມ (ບໍລິສັດ NB ລາວ ຈໍາກັດຜູ້ດຽວ) ໄດ້ຮັບລາງວັນເງິນສົດລຳລະ 11 ລ້ານກີບ.
May be an image of 9 people, dais and text May be an image of 8 people, dais and text
ພ້ອມນີ້ໄດ້ມີລາງວັນເຮືອງາມຄື: ທີ 1 ເຮືອຊ່ວງວັດຊຽງທອງ 2 ນາງ ບົວເງິນ ໄດ້ຮັບຂັນເງິນໜື່ງໜ່ວຍ ນ້ຳໜັກ 1,000 ກຣາມ ພ້ອມເງິນສົດ 10 ລ້ານກີບ, ທີ 2 ເຮືອຊ່ວງວັດໃໝ່ສຸວັນນະພູມມາຣາມ ໄດ້ຮັບ ຂັນເງິນໜຶ່ງໜ່ວຍ ນ້ຳໜັກ 700 ກຣາມ ພ້ອມເງິນສົດ 9 ລ້ານກີບ, ທີ 3 ເຮືອຊ່ວງວັດບ້ານຖີ່ນຊົມ ໄດ້ຮັບຂັນເງິນໜຶ່ງໜ່ວຍ ນໍ້າໜັກ 500 ກຣາມ ພ້ອມເງິນສົດ 8 ລ້ານກີບ ແລະ ລາງວັນຊົມເຊີຍເຮືອງາມ ມີ 3 ລຳຄື: ເຮືອຊ່ວງວັດຊຽງທອງ 1 ນາງ ບົວລອຍ 1, ເຮືອຊ່ວງອິຊຸຊຸລາວ ບ້ານນູນສະຫວາດ ແລະ ເຮືອຊ່ວງ ກຸ່ມວັດທາດ ບ້ານວັດທາດ ໄດ້ຮັບລາງວັນເງິນສົດລຳລະ 6 ລ້ານກີບ, ເຮືອນາງດຳ ນາງດ່ອນ ໄດ້ຮັບລາງວັນເງິນສົດ ລຳລະ 4 ລ້ານ 5 ແສນກີບ. ພິເສດໄດ້ມີລາງວັນເຮືອຂັວນໃຈປະຊາຊົນ ຜ່ານການລົງຄະແນນສຽງຈາກລະບົບໂທລະສັບເຄືອຂ່າຍຂອງບໍລິສັດລາວໂທລະຄົມ ມະຫາຊົນ ໂດຍແມ່ນ ເຮືອຊ່ວງວັດບ້ານຖິ່ນຊົມ ໄດ້ຮັບເງິນສົດ 6 ລ້ານກີບ ລວມມູນຄ່າຂອງລາງວັນທັງໝົດ 499 ລ້ານ 6 ແສນກີບ. ໃຫ້ກຽດມອບລາງວັນໂດຍແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂອງແຂວງ ແລະ ນະຄອນ ຫຼວງພະບາງ.
May be an image of 1 person and text
ຂ່າວ: ແຂວງຫຼວງພະບາງ