ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງສະຫງ່າລາສີ ໃນວັນທີ 25 ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີບັນດາການນໍາພັກ-ລັດ, ພ້ອມດ້ວຍບັນດາຜູ້ນຳພັກ-ລັດ, ພະນັກງານອາວຸໂສບໍານານ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງຫຼາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ: ພ້ອມກັນຕີລາຄາຄືນຢ່າງ ຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ຍົກໃຫ້ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງ, ສາເຫດ. ຈາກນັ້ນ, ກໍຖອດຖອນ ເປັນບົດຮຽນ ເພື່ອກຳນົດທິດທາງ, ຄາດໝາຍສູ້ຊົນ, ຈຸດສຸມໃນຕໍ່ໜ້າ ແນ່ໃສ່ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນ ແປງໃໝ່ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະ ເປັນວຽກຈຸດສຸມ ເພື່ອຈັດຕັ້ງປະຕິບັດ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ໃນໄລຍະໃໝ່, ແນ່ໃສ່ ສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນລາວ ບັນດາເຜົ່າ ໃຫ້ກາຍເປັນຜູ້ສືບທອດ ທີ່ດີຂອງພັກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມອຸດົມການຂອງພັກ ເພື່ອເຮັດໃຫ້ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບ ຄຊປປລ ແລະ ກົດລະບຽບ ການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ ນອກນີ້; ດໍາເນີນການສໍາຫຼວດກວດກາ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດທີ VIII ແລະ ຜູ້ແທນກອງປະຊຸມຈະໄດ້ໃຊ້ສິດຂອງຕົນ ໃນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ IX ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ຍັງໄດ້ຮັບຟັງການຂຶ້ນຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາເຫັນວ່າ: ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ, ການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ. ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ນຳພາ-ຊີ້ນຳການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ປະຕິບັດໜ້າທີ່ພາລະບົດບາດຂອງຕົນດ້ວຍຄວາມຟົດຟື້ນຫ້າວຫັນ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ຊາວໜຸ່ມລາວບັນດາເຜົ່າຍັງມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປັບປຸງການຈັດຕັ້ງກົງຈັກເສນາທິການຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເປັນໄປຕາມທິດກະທັດລັດ ແລະ ມີປະສິດທິພາບ, ການສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກໃຫ້ກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການນຳຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວຂັ້ນສູນກາງ, ແຂວງ, ນະຄອນຫຼວງວຽງຈັນ, ກະຊວງ ແລະ ອົງການຢ່າງຫຼວງຫຼາຍ, ນອກຈາກນີ້ ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນ 5 ປີຕໍ່ໜ້າ ນັບແຕ່ 2026-2030.


