ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

7-Eleven ເປີດສາຂາທີ່ເມືອງທ່າແຂກ ແຂວງຄໍາມ່ວນ

Aug 26, 2025

ພິທີເປີດສາຂາ 7-Eleven ທີ່ບ້ານນາໂບ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດຂຶ້ນ ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ, ປະທານສະພາປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມເປີດພິທີ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. 7-Eleven ສາຂາທຳອິດຂອງແຂວງຄໍາມ່ວນ ຕັ້ງຢູ່ແຄມແມ່ນ້ຳຂອງ ໃນພື້ນທີ່ໃຈກາງເມືອງ, ເປັນສູນລວມໃນດ້ານທີ່ພັກ ແລະ ສູນລວມກິດຈະກໍາຍາມແລງຂອງບັນດາຜູ້ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ. 7-Eleven ຈະເປັນບ່ອນສະໜອງຄວາມສະດວກສະບາຍໃຫ້ຜູ້ທີ່ເຂົ້າໄປໃຊ້ບໍລິການ ລວມທັງນັກທ່ອງທ່ຽວທີ່ເຂົ້າມາທ່ຽວແຂວງຄຳມ່ວນ ນອກຈາກນັ້ນຍັງເປັນການສ້າງອາຊີບໃຫ້ຄົນໃນທ້ອງຖິ່ນ.
May be an image of 6 people and text that says 'All Cafe Cafe ELEVEN 1' May be an image of 8 people and dais
ທ່ານ ນາງ ເພັດດາວວີ ບຸດທະວົງ, ຜູ້ຮ່ວມທຸລະກິດຮ້ານ 7-Eleven ສາຂາບ້ານນາໂບ ກ່າວວ່າ: ຮ້ານຄ້າຂາຍຍ່ອຍທັນສະໄໝເຊັ່ນ 7-Eleven ຈະເຂົ້າມາອຳນວຍຄວາມສະດວກ ແລະ ເປັນທາງເລືອກໃນການນໍາສະເໜີສິນຄ້າຄຸນນະພາບໄດ້ມາດຕະຖານໃນກັບຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ ການຂະຫຍາຍຕົວຂອງກິດຈະກໍາທີ່ກ່ຽວຂ້ອງກັບການທ່ອງທ່ຽວດີຂຶ້ນ, ສ້າງລາຍຮັບໃຫ້ບຸກຄົນໄດ້ຫຼາຍຂຶ້ນ ທັງເປັນເປັນການເຝິກອົບຮົມໃຫ້ຄົນລຸ້ນໃໝ່ ໃຫ້ມີອາຊີບ ທີ່ໝັ້ນຄົງ.
7-Eleven ເປັນແບຣນທີ່ໄດ້ຮັບການຍອມຮັບ ດ້ວຍຜະລິດຕະພັນທີ່ຫຼາກຫຼາຍມີຄຸນນະພາບ ມີລະບົບບໍລິຫານຈັດການທີ່ດີ ໂດຍໄດ້ຮັບການສະໜັບສະໜູນຈາກທີມງານ CP All Lao ຕັ້ງແຕ່ການວາງແຜນ, ການລົງທຶນ, ແລະ ການຝຶກອົບຮົມພະນັກງານ, ເຮັດໃຫ້ມີຄວາມເຊື່ອໝັ້ນວ່າຈະສາມາດປະສົບຄວາມສຳເລັດ, ຮ່ວມສ້າງວຽກເຮັດງານທຳ, ສ້າງອາຊີບ ແລະ ສ້າງຄວາມພາກພູມໃຈໃຫ້ກັບສັງຄົມລາວ.
May be an image of 4 people and text May be an image of 2 people, newsstand and text