ວັນທີ 26/08/2025 ທີ່ໂຮງແຮມຈໍາປາສັກແກຣນ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງດັນສູງ 500 KV ຈາກໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ. ໂດຍການເປັນປະທານຮ່ວມ ຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກສ ແລະ ບັນດາທ່ານ ຮອງເຈົ້າແຂວງ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ. ໃນກອງປະຊຸມແລກປ່ຽນຄໍາເຫັນຢ່າງກົງໄປ-ກົງມາ ຈາກຄະນະຜູ້ແທນແຕ່ລະພາກສ່ວນ ແລະ ເຈົ້າຂອງໂຄງການ ໂດຍສະເພາະແມ່ນຜົນກະທົບຈາກແລວສາຍສົ່ງ ຕໍ່ສິ່ງແວດລ້ອມ, ການຊົດເຊີຍຂອງໂຄງການ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ. ນອກນັ້ນ; ກໍ່ຮັບຟັງການລາຍງານຜົນສໍາເລັດການຈັດຕັ້ງປະຕິບັດ, ການດຳເນີນໂຄງການ, ການຕິດຕາມກວດກາໂຄງການ ແລະ ການສຶກສາສໍາຫຼວດ ໃນໄລຍະຜ່ານມາ.
ກອງປະຊູມປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຮງໄຟຟ້າພະລັງງານຄວາມຮ້ອນ ເຊກອງ

