ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 26 ສິງຫາ 2025. ໃນກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 67 ສະຫາຍ, ຍິງ 17 ສະຫາຍ, ເລືອກເອົາ 63 ສະຫາຍ, ຍິງ 17 ສະຫາຍ.
ກອງປະຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຸລິຍາ ແກ້ວພິລາວົງ, ສະຫາຍ ນາງ ມີນາ ສີວິໄລ ແລະ ສະຫາຍ ນາງ ປານີ ກິນດາວົງ ເປັນຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ສຸລິຍາ ແກ້ວພິລາວົງ ເປັນປະທານກວດກາ, ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ເປັນຮອງປະທານກວດກາ, ເລືອກເອົາ ສະຫາຍ ນາງ ແສງອ່ອນ ປວງມະນີ, ສະຫາຍ ພັນໂທ ບຸນທັນ ຟອງປະດິດ ແລະ ສະຫາຍ ອຸດົມລິດ ຈັນທະຈັກ ເປັນກຳມະການກວດກາ.

ທີ່ມາ: ປະຊາຊົນ


