ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V (ຮອບທີ 3)

Aug 28, 2025

ໃນຕອນເຊົ້າຂອງວັນທີ 26 ສິງຫາ 2025 ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V (ຮອບທີ 3) ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ຂອງກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ເຂົ້າຮ່ວມ ທັງໝົດ 210 ສະຫາຍ, ຍິງ 63 ສະຫາຍ.
May be an image of 1 person, dais and text May be an image of 1 person, dais and text
ໃນພິທີ ສະຫາຍ ວັນດີ ບຸດສະດີ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າໃຫ້ຄະນະບຸກຄະລາກອນ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມ, ຫຼັງຈາກນັ້ນ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີຢ່າງເປັນທາງການ. ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ໂດຍ ມີ 2 ວາລະ ຄື: ວາລະທີ 1. ແມ່ນປະກອບຄໍາຄິດຄໍາເຫັນໃສ່ ຮ່າງເອກະສານ. ໃນນັ້ນ, ສະຫາຍ ໄມທອງ ທໍາມະວົງສາ, ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານຕໍ່ທີ່ປະຊຸມຜົນຂອງການຈັດກອງປະຊຸມທ້າຍສະໄໝ ທີ IV ທີ່ຈັດຂຶ້ນໃນວັນທີ 17 ສິງຫາ 2025 ທີ່ຜ່ານມາ. ນອກນັ້ນ, ກອງປະຊຸມໄດ້ສຸມໃສ່ການປະກອບຄໍາເຫັນຕໍ່ບັນດາເອກະສານສະບັບປັບປຸງມາຈາກຮອບທີ 2 ເຊັ່ນ: ເອກະສານທີໜຶ່ງ ແມ່ນຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 2025-2030 ໂດຍແມ່ນ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ; ເອກະສານທີສອງ ແມ່ນຮ່າງແຜນພັດທະນາກະຊວງການຕ່າງປະເທດ 2025-2030 ໂດຍແມ່ນ ສະຫາຍ ໄມທອງ ທໍາມະວົງສາ, ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ ແລະ ເອກະສານທີສາມ ແມ່ນຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກ ຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍແມ່ນ ສະຫາຍ ພົງສະຫວັນ ສີສຸລາດ, ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເອກະສານດັ່ງກ່າວ ພ້ອມທັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີປັບປຸງຕ່າງໆ ເຊິ່ງຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ນໍາໄປປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ສ່ວນວາລະ ທີ 2: ແມ່ນການທາບທາມບຸກຄະລາກອນ. ກ່ອນຈະດໍາເນີນການທາບທາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ໄດ້ມີຄວາມເອົາໃຈໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານ ຢູ່ໃນຂະແໜງການຕ່າງປະເທດ ໃນໄລຍະຜ່ານມາ ເຊິ່ງໄດ້ສະແດງອອກຢູ່ຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນຄັ້ງນີ້, ໃນຂະນະດຽວກັນ ສະຫາຍກໍ່ໄດ້ເນັ້ນຢໍ້າຕໍ່ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນ ຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງຂຶ້ນໄປເລື້ອຍໆ.
May be an image of 2 people and dais
ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຜ່ານບັນດາເອກະສານສໍາຄັນຕ່າງໆ ເຊັ່ນ: ມາດຕະຖານ, ເງື່ອນໄຂ ເພື່ອຄັດເລືອກເອົາຜູ້ສະໝັກເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາພັກ, ປະທານ ແລະ ຮອງປະທານກວດກາພັກ ກະຊວງການຕ່າງປະເທດ ສະໄໝທີ V; ທັງນີ້ກໍ່ເພື່ອເຮັດໃຫ້ກອງປະຊຸມທາບທາມຮອບທີ 3 ໃນຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ເພື່ອຮັບປະກັນການຄັດເລືອກເອົາຄະນະພັກຊຸດໃໝ່ທີ່ມີເງື່ອນໄຂຄົບຖ້ວນ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ດໍາເນີນການປ່ອນບັດທາບທາມເອົາຜູ້ເເທນຂອງຕົນເພື່ອອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ເເລະ ຂັ້ນຕ່າງໆ ສະໄໝທີ V. ສ່ວນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ແມ່ນຈະໄດ້ຈັດຂຶ້ນໃນເວລາອັນໃກ້ນີ້.