ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດຝຣັ່ງ ອຳລາ

Aug 28, 2025

ໃນວັນທີ 26 ສິງຫາ 2025 ຜ່ານມານີ້, ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ ນາງ ຊິວ-ແລັງ ຊູອອກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຝຣັ່ງ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະເວລາເກືອບ 4 ປີຜ່ານມາ, ຊຶ່ງທ່ານທູດໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສ ຝຣັ່ງ ແລະ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອຈາກປະຊາຊົນ ແລະ ລັດຖະບານຝຣັ່ງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ອົງການຝຣັ່ງເພື່ອການພັດທະນາ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ. ພ້ອມທັງ ອວຍພອນໃຫ້ທ່ານທູດ ເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ໃໝ່ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
May be an image of 2 people, temple, dais and text that says '4 社'
ໂອກາດນີ້, ທ່ານ ນາງ ຊິວ-ແລັງ ຊູອອກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ການນໍາພັກ-ລັດຂອງລາວ ທີ່ໄດ້ອໍານວຍຄວາມສະດວກ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ທີ່ຍາດໄດ້ໃນໄລຍະຜ່ານມາ, ລວມເຖິງຜົນຂອງການຢ້ຽມຢາມຝຣັ່ງ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2024. ພ້ອມນັ້ນ, ທ່ານທູດ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ສປປ ລາວ ແລະ ສ ຝຣັ່ງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ຕຸລາ 1953.
ຂ່າວ-ພາບ: ຄຕພ