ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສະເພາະກິດ 47/ນຍ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

Aug 28, 2025

ວັນທີ 27 ສິງຫານີ້, ຄະນະສະເພາະກິດ 47/ນຍ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ ໃນຂົງເຂດເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍມີທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ. ການລົງເຄື່ອນໄຫວຄັ້ງນີ້, ແມ່ນໄດ້ເຂົ້າພົບປະ ກັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອລາຍງານຈຸດປະສົງ ແລະ ເປົ້າໝາຍ ໃນການລົງມາເຄື່ອນໄຫວຢູ່ແຂວງຄໍາມ່ວນ. ຈາກນັ້ນ, ກໍໄດ້ຮ່ວມກອງປະຊຸມ ປຶກສາຫາລືໃນການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຊຶ່ງການນໍາຂອງແຂວງ ເຂົ້າຮ່ວມມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ, ມີບັນດາພະແນກການຂັ້ນແຂວງ ແລະ ການນໍາຂັ້ນເມືອງເຂົ້າຮ່ວມ.
May be an image of 10 people, dais and text
ທ່ານ ຈັນສະແຫວງ ບຸນຍົງ ໄດ້ກ່າວວ່າ: ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ກ່ຽວກັບການສະກັດກັ້ນ ປະກົດການຫໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ. ໃນກອງປະຊຸມຄັ້ງນີ້, ແມ່ນຈະໄດ້ພ້ອມກັນປຶກສາຫາລື ເປັນຕົ້ນແມ່ນບັນຫາການລັກລອບຂຸດຄົ້ນແຮ່ທາດ, ບັນຫາຄວາມຊັບຊ້ອນໃນການອະນຸຍາດຂອງບໍລິສັດລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນຫາທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງການດຳເນີນກິດຈະການຂອງບໍລິສັດ, ບັນຫາການລັກລອບຊື້ແຮ່ເຖື່ອນ ຊຶ່ງພາກອຸດສາຫະກຳ ຕ້ອງກຳໄດ້ ແລະ ຄວບຄຸມ ຢ່າງເຂັ້ມງວດຕໍ່ບັນຫາດັ່ງກ່າວ ເພື່ອເຮັດໃຫ້ ການຜະລິດຂອງບັນດາບໍລິສັດ ມີຄວາມໂປ່ງໃສ, ຮັບປະກັນ ບໍ່ໃຫ້ມີການລັກລອບນໍາເອົາວັດຖຸດິບ ທີ່ເປັນຊັບສົມບັດຂອງປະເທດຊາດ ມາໃຊ້ແບບບໍ່ຖືກຕ້ອງ ລວມເຖິງບັນຫາການຂຸດຄົ້ນ ແຮ່-ຊາຍ, ຫີນຜາ ແລະ ອື່ນໆ ທີ່ເກີດມີບັນຫາຄວາມຫຍຸ້ງຍາກໃນການດຳເນີນກິດຈະການ ຕິດພັນກັບຜົນກະທົບທາງດ້ານສິ່ງແວດລ້ອມ ເພື່ອມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຄວາມເປັນເອກະພາບທາງດ້ານທິດທາງ ໃນຕໍ່ໜ້າ ແນໃສ່ປ້ອງກັນ ບໍ່ໃຫ້ເກີດມີບັນຫາທີ່ເປັນປະກົດການຫຍໍ້ທໍ້ເກີດຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ກອງຄໍາ