ໃນຕອນເຊົ້າຂອງວັນທີ 27 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນເມືອງ ໄດ້ຈັດພິທີປະກາດການຈັດຕັ້ງ, ຍົກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ໜ່ວຍງານອ້ອມຂ້າງເມືອງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ນາຍບ້ານ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນພິທີທ່ານ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການຍົກຍ້າຍພະນັກງານ – ລັດຖະກອນໄປປະຈຳການຢູ່ບ່ອນໃໝ່ດັ່ງນີ້: ເຫັນດີຍົກຍ້າຍ ທ່ານ ທອງໂຕ້ ຈັນທະລັງມາ ກຳມະການພັັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ໄປປະຈຳການຢູ່ຄະນະໂຄສະນາອົບຮົມເມືອງ, ຍົກຍ້າຍ ທ່ານ ປານີ ປ້ອງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປປະຈຳການຢູ່ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຍົກຍ້າຍ ທ່ານ ວິຈິດ ບຸນຍາວົງ ຮອງຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄປປະຈຳການຢູ່ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ, ຍົກຍ້າຍ ທ່ານ ຊາຍນະສານ ຫານສຸວິ ຮອງຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ໄປປະຈຳການຢູ່ຫ້ອງການຄະນະໂຄສະນາອົບຮົມ, ຍົກຍ້າຍ ທ່ານ ບຸນລ້ອມ ພັນທຸອາມາດ ຮອງຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ໄປປະຈຳການຢູ່ຫ້ອງວ່າການເມືອງ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກດັ່ງນີ້: ໜ່ວຍພັກຄະນະຈັດຕັ້ງເມືອງ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຈັນທີ ຄຳພູວົງ ເປັນເລຂາໜ່ວຍພັກ, ສະຫາຍ ໃຈວອນ ຄຳມຸງຄຸນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຫຸມແພງ ຈັນທະວອນ ເປັນຄະນະໜ່ວຍພັກ, ໜ່ວຍພັກຫ້ອງການການເງິນ ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນເລີດ ແກ້ວວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ໄຊ ເພັງສະຫວັດ ເປັນຮອງເລຂາ ແລະ ສະຫາຍ ເອກະພາບ ບຸນຄົງ ເປັນຄະນະໜ່ວຍພັກ, ໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ບົ່ງຕົວແຕ່ງຕັ້ງ ສະຫາຍ ສາຍພອນ ສີວົງໄຊ ເປັນເລຂາໜ່ວຍພັກ, ສະຫາຍ ອານຸສອນອ່ອນສີເມືອງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ບົວວອນ ພົມມະຫານ ເປັນຄະນະໜ່ວຍພັກ, ໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າ ບົ່ງຕົວແຕ່ງຕັ້ງ ສະຫາຍ ສົມຄວນ ສຸດທະວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ພອນໄຊ ພູມມາວົງ ເປັນຮອງເລຂາ ແລະ ສະຫາຍ ນາງ ດອນ ພອນສະຫວັດ ເປັນຄະນະໜ່ວຍພັກ, ໜ່ວຍພັກຫ້ອງການ ໂຍທາທິການ ແລະ ຂົນສົ່ງ ບົ່ງຕົວແຕ່ງຕັ້ງ ສະຫາຍ ປານີ ປ້ອງຄຳ ເປັນເລຂາໜ່ວຍພັກ, ສະຫາຍ ທອງດີ ສີບຸນທັນ ເປັນຮອງເລຂາ ແລະ ສະຫາຍ ໄຊຍະສິດ ພັນທະນະວົງ ເປັນຄະນະໜ່ວຍພັກ, ບົ່ງຕົວແຕ່ງຕັ້ງ ສະຫາຍ ທອງໂຕ້ ຈັນທະລັງມາ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ, ຫຼັງຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຫ້ອງການຄື: ແຕ່ງຕັ້ງ ທ່ານນາງ ຈັນທີ ຄຳພູວົງ ກຳມະການປະຈຳພັກເມືອງ ເປັນຫົວໜ້າຄະນະຈັດຕັ້ງເມືອງ, ທ່ານໃຈວອນ ຄຳມຸງແກ້ວ ກຳມະການພັກເມືອງ, ທ່ານ ຫຸມແພງ ຈັນຕະວອນ ແລະ ທ່ານ ບຸນຈັນ ພັນທຸອາມາດ ເປັນຮອງຫົວໜ້າຄະນະຈັດຕັ້ງເມືອງ, ແຕ່ງຕັ້ງ ທ່ານສາຍພອນ ສີວົງໄຊ ກຳມະການພັກເມືອງ ເປັນຫົວໜ້າຫ້ອງການກະສິກຳ ແລະສິ່ງແວດລ້ອມ, ທ່ານ ອານຸສອນ ອ່ອນສີເມືອງ, ທ່ານ ນາງ ບົວວອນ ພົມມະຫານ, ທ່ານ ຄຳຈັນ ແກ່ນມະນີ ເປັນຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ແຕ່ງຕັ້ງ ທ່ານ ສົມຄວນ ສຸດທະວົງສາ ກຳມະການພັກເມືອງ ເປັນຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ, ທ່ານ ພອນໄຊ ພູມມາວົງ ແລະ ທ່ານ ນາງ ດອນ ພອນສະຫວັດ ເປັນຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ, ແຕ່ງຕັ້ງທ່ານ ບຸນເລີດ ແກ້ວວົງສາ ກຳມະການພັກເມືອງ ເປັນຫົວໜ້າຫ້ອງການການເງິນ, ທ່ານ ໄຊ ເພັງສະຫວັດ ແລະ ທ່ານ ເອກະພາບ ບຸນຄົງ ເປັນຮອງຫົວໜ້າຫ້ອງການການເງິນ, ແຕ່ງຕັ້ງທ່ານ ທອງໂຕ້ ຈັນທະລັງມາ ກຳມະການພັກເມືອງ ເປັນຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ, ທ່ານ ຊາຍນະສານ ຫານສຸວິ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ແຕ່ງຕັ້ງທ່ານ ປານີ ປ້ອງຄຳ ກຳມະການພັກເມືອງ ເປັນຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ, ທ່ານ ໄຊຍະສິດ ພັນທະນະວົງ ເປັນຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ແຕ່ງຕັ້ງທ່ານ ວິຈິດ ບຸນຍາວົງ ເປັນຮອງຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານ.



