ຈົດຈໍາປະຫວັດສາດ, ສ້າງສັນຕິພາບ, ຮ່ວມກັນສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ ຂຶ້ນສູ່ລະດັບສູງກວ່າເກົ່າ
ເມື່ອບໍ່ດົນມານີ້, ຄະນະໂຄສະນາອົບຮົບສູນກາງພັກປະຊາຊົນ ປະຕິວັດລາວ ຮ່ວມກັບສະຖານທູດຈີນ ປະຈໍາລາວ ໄດ້ຈັດກອງປະຊຸມສໍາມະນາເພື່ອລະນຶກສົງຄາມຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນຂອງລາວ ເພື່ອທົບທວນຫວນຄືນວັນເວລາທີ່ເຕັມໄປດ້ວຍແປວໄຟອັນໂຫດຮ້າຍຂອງສົງຄາມໃນເມື່ອກ່ອນ ແລະ ຄວາມລໍ້າຄ່າຂອງສັນຕິພາບ.
ກອງປະຊຸມສໍາມະນາຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງຄວາມໂຫດຮ້າຍຂອງສົງຄາມທີ່ເກີດຂຶ້ນເມື່ອ 80 ປີກ່ອນ ເຊິ່ງໄພພິບັດທົ່ວໂລກ ແລະ ເປັນບົດຮຽນທີ່ແສນເຈັບປວດທີ່ສຸດໃນປະຫວັດສາດຂອງອາລະຍະທຳຂອງມະນຸດ ໂດຍສະເພາະເມື່ອຫວນຄືນເຫດການປະຫວັດ ສາດ 1939 ລັດທິຟາດຊິດໄດ້ດໍາເນີນສົງຄາມໃນທົ່ວໂລກ ດ້ວຍຄວາມມຸ່ງຫວັງແຜ່ຂະ ຫຍາຍອໍານາດ, ເຂົ້າຮຸກຮານ ແລະ ປົກຄອງໂລກ. ສົງຄາມໄດ້ແຜ່ຂະຫຍາຍກວ້າງອອກໄປທົ່ວ 5 ທະວີບ ແລະ ແກ່ດຶງເອົາ 60 ກວ່າປະເທດເຂົ້າຮ່ວມໃນການຕໍ່ສູ້.
ສົງຄາມດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ມວນມະນຸດທົ່ວໂລກ, ກະທົບເຖິງການພັດທະນາເສດຖະກິດ ແລະ ສິ່ງແວດລ້ອມທົ່ວໂລກຢ່າງໜັກໜ່ວງ. ນັບທັງກໍາລັງທະຫານ ແລະ ປະຊາຊົນທົ່ວໂລກ ເສຍຊີວິດປະມານ 70 ລ້ານຄົນ, ຫຼາຍສິບລ້ານຄົນບາດເຈັບ, ບໍ່ມີທີ່ຢູ່ອາໄສ ແລະ ເສຍອົງຄະຕະຫຼອດຊີວິດ, ຕົວເມືອງ, ຖະໜົນຫົນທາງ, ທ່າເຮືອ, ເຮືອນຊານບ້ານຊ່ອງ, ໂຮງຈັກໂຮງງານຖືກທໍາລາຍ, ຄວາມອຶດຫິວ ແຜ່ຂະ ຫຍາຍກວ້າງອອກ, ປ່າໄມ້ຖືກທໍາລາຍ, ດິນດອນຕອນຫຍ້າປົກຄຸມດ້ວຍສະເກັດລະເບີດ, ລູກປືນ ແລະ ຕາມແມ່ນໍ້າລໍາທານເຕັມໄປດ້ວຍມົນລະພິດ.

ສົງຄາມໄດ້ນໍາມາຊຶ່ງໄພພິບັດອັນໃຫຍ່ຫຼວງໃຫ້ແກ່ມວນມະນຸດ ເຮັດໃຫ້ປະຊາຊົນບັນດາປະເທດທົ່ວໂລກທີ່ຮັກຫອມສັນຕິພາບແລະ ຄວາມປາດຖະໜາໃນການພັດທະນາ ສາມັກຄີກັນຢ່າງແໜ້ນແຟ້ນ ເພື່ອຕໍ່ຕ້ານການຮຸກຮານທີ່ໂຫດຮ້ານປ່າເຖື່ອນຂອງພວກຟາດຊິດ ດ້ວຍຄວາມທໍລະຫົດອົດທົນທີ່ແສນສາຫັດ ຈົນສາມາດຕໍ່ສູ້ຢ່າງມີໄຊ ແລະ ປົດປ່ອຍມວນມະນຸດອອກຈາກແອກການປົກຄອງຂອງພວກເຂົາ, ປົກປ້ອງເອກະລາດ, ອຳນາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດໃນໂລກ. ມາຮອດປັດຈຸບັນນີ້, ບັນດາປະເທດທົ່ວໂລກໄດ້ຮັບການພັດທະນາຫັນປ່ຽນຈາກທີ່ເຄີຍຈົມຢູ່ໃນເງົາມືດ ແລະ ສິ້ນຄວາມຫວັງ ມາສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມຮັ່ງມີເຂັ້ມແຂງ ແລະ ຄວາມສົມບູນພູນສຸກ ບົນຈິດໃຈແຫ່ງຄວາມອົດທົນ, ສູ້ຊົນພະຍາຍາມ, ຄວາມເສຍສະຫຼະຢ່າງບໍ່ຮູ້ອິດເມື່ອຍ ແລະ ຄວາມສາມັກຄີສາກົນຂອງປະຊາຊົນໃນໂລກ.
ເວົ້າສະເພາະລາວ ແລະ ຈີນ ເຊິ່ງເປັນສອງປະເທດທີ່ມີລະບອບການເມືອງຄ້າຍຄືກັນ, ເປັນປະເທດທີ່ຢຶດໝັ້ນເສັ້ນທາງສັງຄົມນິຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ. ສອງປະເທດຕ່າງກໍເຄີຍຖືກຮຸກຮານຈາກພວກຟາດຊິດ, ທັງມີປະຫວັດແຫ່ງການຮ່ວມກັນຕໍ່ສູ້ຕ້ານການຮຸກຮານ ແລະ ຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ສັນຕິພາບຂອງຊາດ, ສອງປະເທດເຄີຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ມີຫຼາຍເລື່ອງເລົ່າທີ່ປະທັບໃຈ. ມິດຕະພາບອັນເລິກເຊິ່ງນີ້ ແມ່ນສ້າງຂຶ້ນມາດ້ວຍຊີວິດ ແລະ ຄວາມໄວ້ເນື້ອເຊື່ອໃຈໃນທ່າມກາງແປວໄຟສົງຄາມ, ເຊິ່ງໄດ້ເຊື່ອມຊຶມເຂົ້າໃນສາຍເລືອດ ແລະ ສາຍພົວພັນລະຫວ່າງສອງປະເທດມາແຕ່ດົນນານ, ທັງໄດ້ຮັບການຖະນຸຖະໜອມ,ຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ.
ໃນສະພາບການໃໝ່, ໂດຍຍຶດໝັ້ນອຸດົມການດຽວກັນ, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ໄດ້ຂະຫຍາຍກວ້າງອອກຢ່າງ ຮອບດ້ານ, ຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ” ຄື: “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ການລົງນາມໃນແຜນແມ່ບົດວ່າດ້ວຍການສ້າງປະ ຊາຄົມຮ່ວມຊະຕາກໍາ ລາວ-ຈີນ ເຊິ່ງປັດຈຸບັນຢູ່ໃນໄລຍະສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວສະບັບໃໝ່ ເພື່ອຫັນເນື້ອໃນການຮ່ວມມືໃຫ້ເຂົ້າສູ່ລວງເລິກ ໂດຍເນັ້ນໜັກວ່າ: ຄູ່ຮ່ວມຊາຕາກໍາ ລາວ-ຈີນ ເປັນຄູ່ຮ່ວມຊະຕາກໍາແບບພິເສດໃນຂອບການສ້າງປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ.
ພາຍໃຕ້ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຮັດໃຫ້ການຮ່ວມຂອງສອງປະເທດໄດ້ຮັບຜົນສໍາເລັດຕົວຈິງໃນຫຼາຍດ້ານ ແລະ ມີໝາກຜົນບຸກທະລຸໃໝ່ເລື້ອຍໆ ເຊິ່ງເປັນການປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງ ລາວ-ຈີນ, ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄື ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວບັນດາເຜົ່າ. ປັດຈຸບັນ ຈີນໄດ້ເປັນປະເທດລົງທຶນໃຫຍ່ອັນດັບໜຶ່ງ ແລະ ເປັນປະເທດຄູ່ການຄ້າໃຫຍ່ອັນດັບສອງຂອງລາວເປັນເວລາຫຼາຍຕິດຕໍ່ກັນ. ຜະລິດຕະພັນກະສິກໍາຂອງລາວຫຼາຍກວ່າ 80% ໄດ້ສົ່ງອອກໄປປະເທດຈີນ, ລວມຍອດມູນຄ່າການຄ້າ ລາວ-ຈີນ ໃນປີ 2024 ບັນລຸໄດ້ 8,231 ຕື້ໂດລາ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15,9% ເຊິ່ງໄດ້ສ້າງສະຖິຕິໃໝ່.

ໝາກຜົນຂອງການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ການສ້າງເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນ ທາງດ່ວນ, ໂຮງຮຽນ, ໂຮງໝໍ, ໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາ ຊົນ ແລະອື່ນໆ ໄດ້ຢັ້ງຢືນເຖິງການພົວພັນລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ກ້າວສູ່ລວງເລິກ, ແລະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ປະຫວັດສາດແມ່ນປື້ມແບບຮຽນທີ່ດີທີ່ສຸດ ແລະເປັນສັນຍານທີ່ສ່ອງແສງໄປຂ້າງຫນ້າ. ເຊັ່ນດຽວກັບການລະນຶກສົງຄາມຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີແມ່ນເປັນການຖອດຖອນບົດຮຽນຈາກປະຫວັດສາດ, ເປັນການຈາລຶກບຸນຄຸນອັນປະເສີດເລີດລໍ້າ, ຄຸນງາມຄວາມດີທີ່ເປັນຕໍານານແຫ່ງຄວາມສາມັກຄີສາກົນ ທີ່ກໍໃຫ້ເກີດມີສັນຕິ ພາບໂລກ, ໄຊຊະນະດັ່ວກ່າວໄດ້ກາຍເປັນຄະຕິເຕືອນໃຈ, ເປັນຄໍາບອກສອນໃຫ້ແກ່ບັນດາປະຊາຊາດທີ່ຮັກຫອມສັນຕິພາບ ໃຫ້ຄວາມເຄົາລົບ ແລະ ເຊີດຊຸຄຸນຄ່າປະຫວັດສາດ, ໝາກຜົນແຫ່ງໄຊຊະນະ ຍັງເປັນການຝັງເລິກແນວພັນແຫ່ງສັນຕິພາບ ແລະ ຄວາມໝັ້ນໃຈໃຫ້ແກ່ໄວໜຸ່ມທີ່ເຕີບໃຫຍ່ໃນສະພາບແວດລ້ອມແຫ່ງສັນຕິພາບ, ໄວໜຸ່ມໃນຍຸກສະໄໝໃໝ່ ຊຶ່ງບໍ່ເຄີຍທຸກຍາກທໍລະມານ, ບໍ່ໄດ້ເຈັບປວດກັບສົງຄາມທີ່ ແລະ ອື່ນໆ.
ທຸກປະເທດແມ່ນຕ້ອງການມີສັນຕິພາບ ເພື່ອຮັກສາອິດສະຫຼະພາບ ແລະ ອະທິປະໄຕຂອງຊາດ, ປົກປັກຮັກສາແດນດິນບໍ່ໃຫ້ຖືກຮຸກຮານຈາກພາຍນອກ ເພື່ອເຮັດໃຫ້ປະເທດມີຄວາມໝັ້ນຄົງ ແລະ ປອດໄພ, ທັງສ້າງຄວາມໄວ້ໃຈໃນການພັດທະນາທຸກດ້ານ. ລາວ ແລະ ຈີນ ຕ່າງກໍເຄີຍຖືກຮຸກຮານຈາກພາຍນອກທີ່ສ້າງຄວາມເຈັບປວດແບບບໍ່ມີມື້ຫຼົງລືມ. ຢ່າງໃດກໍຕາມ, ນັ້ນຄືເຫດການທີ່ເກີດຂຶ້ນໃນອະດີດເຊິ່ງບໍ່ມີໃຜສາມາດໝູນເວລາກັບຄືນໄປແກ້ໄຂໄດ້ອີກແລ້ວ. ແຕ່ຄົນຮຸ່ນໃໝ່ຂອງລາວ ແລະ ຈີນ ກໍບໍ່ຄວນຫຼົງລືມປະຫວັດສາດ ດ້ວຍການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ບົດຮຽນໃນປະຫວັດສາດ ເພື່ອເປັນການເຕືອນສະຕິ ແລະ ເພີ່ມພະລັງອັນເຂັ້ມແຂງໃນການຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ, ອຸທິດຕົນ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຊິ່ງນອກຈາກຈະເຮັດໃຫ້ ລາວ ແລະ ຈີນ ໄດ້ຮັບການພັດທະນາດີຂຶ້ນຢ່າງຮອບດ້ານ, ຍັງຈະປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ເພື່ອສັນຕິພາບ ແລະ ຄວາມະເລີນຮຸ່ງເຮືອງຂອງພາກພື້ນ ແລະ ສາກົນ ອີກດ້ວຍ.


