ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກກະຊວງຍຸຕິທໍາ ດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI

Aug 28, 2025

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງຍຸຕິທໍາ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ອະດີດການນໍາ, ພ້ອມດ້ວຍ ບັນດາຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ໄພວີ ສີບົວລິພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຍິ່ງ ໃນຊີວິດການເມືອງຂອງພັກ ກໍຄື ອົງຄະນະພັກກະຊວງຍຸຕິທໍາ, ເປັນການຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາໃນໄລຍະ 5 ປີ ຜ່ານມາ ທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນອົງຄະນະພັກກະຊວງຍຸຕິທໍາ ເພື່ອສ້າງການຫັນປ່ຽນທີ່ຕັ້ງໜ້າ ໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ໃນ 5 ປີ ຕໍ່ໜ້າ.
May be an image of 1 person and text that says '會會 PR' May be an image of 1 person, dais and text that says 'ยิงถะบะก มะถอมทองอว'
ສະຫາຍ ເກດສະໜາ ພົມມະຈັນ ກໍາມະການຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະໄໝ V ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນ 5 ປີຕໍ່ໜ້າ. ລວມເຖິງໝາກຜົນແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍໄດ້ກຳນົດເປັນ 3 ທິດທາງ ແລະ ຄາດໝາຍສູ້ຊົນຕົ້ນຕໍ ຄື: ກໍ່ສ້າງ ແລະ ປັບປຸງພັກໃນທົ່ວອົງຄະນະພັກກະຊວງຍຸຕິທຳ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບ ແຜນນຳພາທີ່ມີວິທະຍາສາດ, ປະດິດສ້າງ, ແທດຕົວຈິງ; ຍົກສູງຄຸນນະພາບໃນການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ ເພື່ອໃຫ້ຂະແໜງການຍຸຕິທຳ ສາມາດປະຕິບັດແນວທາງນະໂຍບາຍຂອງພັກທີ່ວ່າ: “ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ” ໃຫ້ມີປະສິດທິຜົນສູງ; ສຸມໃສ່ກໍ່ສ້າງ ແລະ ຍົກລະດັບພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີນ້ຳໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ມີຄວາມຮູ້, ຄວາມສາມາດ ສົມຄູ່ກັບຕຳແໜ່ງງານ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະສະຫາຍ. ພ້ອມກັນນັ້ນ, ຄະນະບໍລິຫານງານພັກກະຊວງ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນດ້ວຍຄວາມເປັນເຈົ້າການ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ; ໄດ້ນໍາພາການຄົ້ນຄວ້າ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນ 7 ແຜນງານ 52 ໂຄງການຊຶ່ງຄະນະບໍລິຫານງານພັກກະຊວງ ໄດ້ຊີ້ນຳການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ.
May be an image of table and dais
ໃນກອງປະຊຸມ, ຍັງຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງຍຸຕິທໍາ ຊຸດໃໝ່ ສະໄໝທີ VI. ພ້ອມທັງ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.
ຂໍ້ມູນ-ພາບ: ວັນເພັງ