ງານວາງສະແດງຜົນງານປະເທດຊາດ ພາຍໃຕ້ຫົວຂໍ້” 80 ປີແຫ່ງເອກະລາດ ເສລິພາບ ແລະ ຄວາມສຸກ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ (1945-2025) ເປີດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນເຊົ້າວັນທີ 28 ກັນຍາ 2025 ຢູ່ສູນວາງສະແດງສິນຄ້າແຫ່ງຊາດຫວຽດນາມ ຕັ້ງຢູ່ເມືອງດົງອ່ານ ນະຄອນຫຼວງຮ່າໂນ້ຍ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍການນຳພັກ-ລັດຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເປັນຈຳນວນຫຼາຍ.

ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມມີຄຳເຫັນເປີດງານບາງຕອນວ່າ: ງານວາງສະແດງຜົນງານປະເທດຊາດພາຍໃຕ້ຫົວຂໍ້” 80 ປີແຫ່ງເອກະລາດ ເສລິພາບ ແລະ ຄວາມສຸກ” ບໍ່ພຽງແຕ່ເປັນການເຊີດຊູກຽດສັກສີແຫ່ງບາດກ້າວເດີນບົນເສັ້ນທາງປະຫວັດສາດອັນລະອິດລະອ້ຽວ ແຕ່ເຕັມໄປດ້ວຍຄວາມສະຫງ່າອົງອາດ ແລະ ຈະເລີນຮຸ່ງເຮືອງຂອງປະເທດຊາດຫວຽດນາມເທົ່ານັ້ນ ຍັງເປັນການເຜີຍແຜ່ນ້ຳໃຈແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຄວາມມີນ້ຳໃຈຮັກຊາດອັນສູງສົ່ງ ແລະ ຄວາມພາກພູມໃຈຕໍ່ປະເທດຊາດຂອງປະຊາຊົນຫວຽດນາມໃຫ້ຊາວໂລກໄດ້ຮັບຮູ້. ການຈັດງານຄັ້ງນີ້ ຍັງສະແເດງໃຫ້ເຫັນເຖິງປະເພນີທາງວັດທະນະທຳ, ຈິດວິນຍານແຫ່ງການເຮັດວຽກໜັກ, ການຜະລິດ ແລະ ທຸລະກິດທີ່ມີປະສິດທິພາບຂອງປະຊາຊົນ ແລະ ວິສາຫະກິດຫວຽດນາມໃນທົ່ວປະເທດ ໂດຍສະເພາະມູນເຊື້ອອັນສະຫງ່າອົງອາດ ແລະ ກ້າຫານຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ ທີ່ມີມາເປັນເວລາຫຼາຍພັນປີ.

ນາຍົກລັດຖະມົນຕີຫວຽດນາມ ຍົກໃຫ້ເຫັນຕື່ມວ່າ: ງານວາງສະແດງຜົນງານແຫ່ງຊາດຄັ້ງນີ້ ຍັງເປັນໂຮງຮຽນແຫ່ງຊີວິດ ດ້ວຍການປະສົມປະສານຢ່າງລົງຕົວລະຫວ່າງປະເພນີວັດທະນະທຳ ແລະ ຄວາມທັນສະໄໝ ເຮັດໃຫ້ປະຫວັດສາດມີຄວາມໃກ້ຊິດ ແລະ ເຂົ້າເຖິງໄດ້ງ່າຍ ເພື່ອໃຫ້ຄົນຮຸ່ນປັດຈຸບັນເຂົ້າໃຈຄວາມເປັນມາຂອງປະເທດຊາດ ຄວາມເສຍສະຫຼະ ແລະ ຜົນງານແຫ່ງຄວາມສຳເລັດຂອງຄົນຮຸ່ນກ່ອນໄດ້ດີຍິ່ງຂຶ້ນ ເປັນການເພີ່ມຕື່ມແຮງບັນດານໃຈ ແລະ ພະລັງແຮງຊຸກຍູ້ໃຫ້ປະເທດຊາດກ້າວຂຶ້ນສູ່ຍຸກໃໝ່ ຊຶ່ງເປັນຍຸກແຫ່ງຄວາມມັ່ງຄັ່ງເຂັ້ມແຂງ ມີອຳນາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງຫວຽດນາມໃນທຸກດ້ານ.

ງານວາງສະແດງຜົນງານປະເທດຊາດພາຍໃຕ້ຫົວຂໍ້” 80 ປີແຫ່ງເອກະລາດ ເສລິພາບ ແລະ ຄວາມສຸກ” ຈັດຂຶ້ນໃນເນື້ອທີ່ເກືອບ 260.000 ຕາແມັດ ໃນນັ້ນລວມມີພື້ນຈັດງານງານສະແດງໃນຮົ່ມ ແລະ ກາງແຈ້ງ, ໂດຍຈັດພື້ນທີ່ວາງສະແດງປິ່ນອ້ອມຫົວຂໍ້: ປະເທດຊາດ ແລະ ປະຊາຊົນຫວຽດນາມ, 95 ປີທຸງພັກນຳທາງ, ການສ້າງສັນ ແລະ ການພັດທະນາ, ຫົວເຄື່ອງຈັກເສດຖະກິດ, ສະຕາດອັບແຫ່ງຊາດ, ທ້ອງຖິ່ນຮັ່ງມີ ປະເທດຊາດເຂັ້ມແຂງ. ມີຮ້ານວາງສະແດງຜົນງານຂອງ 28 ກະຊວງ ແລະ ອົງການ, 34 ແຂວງ ແລະ ນະຄອນ, ມີຫຼາຍກວ່າ 230 ຮ້ານ, ມີວິສະຫະກິດຂອງລັດ ແລະ ເອກະຊົນ 106 ແຫ່ງເຂົ້າຮ່ວມ ໂດຍຈະດຳເນີນໄປຈົດຮອດວັນທີ 5 ກັນຍາ 2025 ຈຶ່ງຈະສຳເລັດລົງ.
ຂ່າວ: ປອງໄຕ ຈະເລີນສຸກ
ພາບ: ສຸກສະຫວັນ ຜາດີ


