ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບາດຈ່າງແຫຼ່ງທ່ອງທ່ຽວເຄື່ອງປັ້ນດິນເຜົາເຊລາມິກຂອງນະຄອນຫຼວງຮ່າໂນ້ຍ

Aug 29, 2025

ກຸ່ມບ້ານບາດຈ່າງຕັ້ງຢູ່ລຽບຕາມແຄມຝັ່ງເບື້ອງຊ້າຍຂອງແມ່ນ້ຳແດງ ຂຶ້ນກັບເມືອງຢ່າເລີ່ມ ນະຄອນຫຼວງຮ່າໂນ້ຍ ກຸ່ມບ້ານນີ້ເປັນທີ່ຮູ້ຈັກໃນນາມເປັນແຫຼ່ງຜະລິດເຄື່ອງປັ້ນດິນເຜົາເຊລາມິກທີ່ເກົ່າແກ່ ແລະ ມີວັດທະນະທຳໂດດເດັ່ນທີ່ກາຍເປັນຈຸດແຂງໃນການພັດທະນາເປັນແຫຼ່ງທ່ອງທ່ຽວເຄື່ອງປັ້ນດິນເຜົາພື້ນເມືອງທີ່ມີຊື່ສຽງໂດ່ງດັງຂອງນະຄອນຫຼວງຮ່າໂນ້ຍ.
May be an image of 2 people May be an image of text
ບາດຈ່າງເປັນຜືນແຜ່ນດິນທີ່ມີປະຫວັດສາດມາຢ່າງຍາວນານ, ມີບູຮານສະຖານທີ່ເກົ່າແກ່ຫຼາຍແຫ່ງ ເຊັ່ນ: ວັດຕຽວຢາວ, ສາລາຢາງກ່າວ, ສາລາບາດຈ່າງ, ຫໍເຈົ້າແມ່, ວັດກິມຈຸກ, ຫໍວັນນະກຳບາດຈ່າງ ແລະອື່ນໆ. ນັບແຕ່ໃດໆມາ, ປະຊາຊົນບາດຈ່າງມີມູນເຊື້ອດຸໝັ່ນ ຂະຫຍັນພຽນ ໄດ້ສາມັກຄີ ຮ່ວມແຮງຮ່ວມໃຈກັນ ພັດທະນາບາດຈ່າງໃຫ້ເປັນກຸ່ມບ້ານແບບຢ່າງທາງດ້ານສິລະປະເຄື່ອງປັ້ນດິນເຜົາເຊລາມິກ ແລະ ແບບຢ່າງດ້ານການທ່ອງທ່ຽວຂອງປະເທດຫວຽດນາມມາໂດຍຕະຫຼອດ. ສ່ວນຄວາມໂດດເດັ່ນ ແລະ ລ້ຳເລີດຂອງວັດທະນະທຳບາດຈ່າງ ແມ່ນສະທ້ອນໃຫ້ເຫັນຜ່ານຄຸນຄ່າທີ່ເປັນຮູບປະທຳ ແລະ ນາມມະທຳ ໂດຍສະເພາະຜະລິດຕະພັນເຄື່ອງປັ້ນດິນເຊລາມິກຫຼາກຫຼາຍຊະນິດທີ່ມີຄວາມງົດງາມປານີດ ແລະ ວິຈິດບັນຈົງ ຊຶ່ງເປັນຜົນງານທີ່ສ້າງສັນຂອງນ່າຍຊ່າງສິລະປະເຄື່ອງປັ້ນດິນເຜົາບາດຈ່າງມືອາຊີບ.
May be an image of 13 people No photo description available. May be an image of candy and text
ປັດຈຸບັນ, ຜະລິດຕະພັນເຄື່ອງປັ້ນດິນເຜົາເຊລາມິກພື້ນເມືອງຂອງບາດຈ່າງໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳນາມມະທຳແຫ່ງຊາດຂອງຫວຽດນາມ. ພ້ອມນັ້ນ, ບາດຈ່າງຍັງໄດ້ສ້າງສູນວັດທະນຳ, ສູນການຄ້າ ແລະ ການທ່ອງທ່ຽວ, ບ້ານບູຮານຈາງອ່ານ, ຫໍພິພິຕະພັນເຄື່ອງປັ້ນດິນເຜົາເຊລາມິກ ແລະອຶ່ນໆ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າໄປຢ້ຽມຊົມເປັນຈຳນວນຫຼາຍລ້ານຄົນໃນແຕ່ລະປີ ເປັນການສ້າງລາຍຮັບ ແລະ ສ້າງອາຊີບໃຫ້ປະຊາຊົນບາດຈ່າງທຸກທົ່ວໜ້າ ຫຼຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ຄວາມຮັ່ງມີເຂັ້ມແຂງ.
No photo description available. May be an image of 1 person
ຂ່າວ ແລະ ພາບ: ປອງໄຕ ຈະເລີນສຸກ