ໃນລະຫວ່າງວັນທີ 26 – 29 ສິງຫາ 2025, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 12 ແລະ ກອງປະຊຸມກ່ຽວຂ້ອງ (ດ້ວຍຮູບແບບທາງໄກ) ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍມາດຕະການການປົກປ້ອງສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໂດຍການເປັນເຈົ້າພາບ ແລະ ເປັນປະທານ ຂອງ ທ່ານ Dr. Soe Win ລັດຖະມົນຕີ, ກະຊວງສະຫວັດດີການສັງຄົມ, ບັນເທົາທຸກ ແລະ ການຍົກຍ້າຍຈັດສັນ, ສະຫະພາບມຽນມາ.

ພິເສດກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຮັບຮອງກົນໄກການປະຕິບັດງານທີ່ໄດ້ປັບປຸງຄືນໃໝ່ ຂອງກອງປະຊຸມຕ່າງໆ ເປັນຕົ້ນ: ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AMMSWD); ກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (SOMSWD); ເວທີປຶກສາຫາລືເດັກອາຊຽນ (AFC); ເຄືອຂ່າຍຂອງຜູ້ຊ່ຽວຊານການປະກອບທຸລະກິດອາຊຽນ ((NIEA); ການມອບລາງວັນດີເດັ່ນສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AOSWADA); ແລະ ຍຸດທະສາດ ເພື່ອດໍາເນີນແຜນແມ່ບົດຂອງຊຽນ 2025: ການເຊື່ອມສານສິດທິຂອງຄົນພິການອາຊຽນ ເຂົ້າສູ່ວິໃສທັດປະຊາຄົມອາຊຽນ 2045. ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ກໍຄືປະເທດຄູ່ຮ່ວມເຈລະຈາອາຊຽນ ຮ່ວມກັນເອົາໃຈໃສ່ວຽກງານສົ່ງເສີມ ແລະ ປົກປ້ອງສິດທິ ຂອງກຸ່ມຄົນດ້ອຍໂອກາດຂອງສັງຄົມ ກໍ່ຄື ໃນອາຊຽນ, ເພີ່ມທະວີການຮ່ວມມື , ຊ່ວຍເຫລືອ ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານດັ່ງກ່າວ, ລວມທັງການລະດົມຊອກຫາແຫລ່ງທຶນ ແລະ ການຊ່ວຍເຫລືອດ້ານເຕັກນິກວິຊາການ ເພື່ອຈັດຕັ້ງປະຕິບັດວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໂດຍສະເພາະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມໃຫ້ຫຼາຍຂື້ນ.
ໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ສປປ ລາວ ໄດ້ ມີຄໍາເຫັນແລກປ່ຽນທັດສະນະ ທີ່ຕິດພັນກັບຫົວຂໍ້ກອງປະຊຸມ, ຊຶ່ງເນື້ອໃນ ສຳຄັນແມ່ນການນໍາສະເໜີນະໂຍບາຍ ຂອງລັດຖະບານໃນການຊຸກຍູ້ ແລະ ສະໜັບສະໜູນ ການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ທີ່ຈະຍົກສູງຄຸນນະພາບຊີວິດຂອງກຸ່ມຄົນດ້ອຍໂອກາດໃນອາຊຽນ ກໍ່ຄືຢູ່ ສປປ ລາວ ຜ່ານການຮ່ວມມືກັນໃນການປະຕິບັດກິດຈະກໍາຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາໃນສັງຄົມ, ການປົກປ້ອງສົ່ງເສີມສິດທິມະນຸດ, ການປົກປ້ອງຊ່ວຍເຫຼືອແກ່ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ຜູ້ພິການ ທີ່ເປັນກຸ່ມຄົນດ້ອຍໂອກາດ ເພື່ອໃຫ້ພວກເຂົາໄດ້ເຂົ້າເຖິງການບໍລິການດ້ານນະໂຍບາຍປົກປ້ອງສັງຄົມຂັ້ນພື້ນຖານຢ່າງເທົ່າທຽມ, ພຽງພໍ, ມີປະສິດທິພາບ ແລະ ມີຄວາມຍືນຍົງ ໂດຍສະເພາະ ດ້ານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ.


