ຫວຽດນາມ ຈັດການຊ້ອມໃຫຍ່ລະດັບຊາດສວນສະໜາມສະແດງກ້ອນກຳລັງເທື່ອສຸດທ້າຍ ຢູ່ສະໜາມຫຼວງບ່າດິ້ງ ນະຄອນຫຼວງຮ່າໂນ້ຍ ໃນຕອນເຊົ້າວັນທີ 30 ສິງຫາ 2025 ເພື່ອກະກຽມຄວາມພ້ອມໃຫ້ແກ່ການຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາສາທາລະນະລັດ ສັງຄົມນິຍົມຫວຽດນາມ ຫຼື ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໂດຍມີທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍການນຳພັກ-ລັດຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຊົມ.

ການຊ້ອມໃຫຍ່ເລີ່ມຕົ້ນຂຶ້ນໃນເວລາ 6 ໂມງດ້ວຍການກ່າວຕ້ອນຮັບແຂກຂອງຄະນະຈັດຕັ້ງພິທີ, ຕໍ່ດ້ວຍຂະບວນສວນສະໜາມຂອງກ້ອນກຳລັງຕ່າງໆ ໂດຍສະເພາະການສວນສະໜາມຂອງເຫຼົ່າຮົບຕ່າງໆ ແລະ ການສະແດງແສນຍານຸພາບດ້ານອາວຸດຍຸດໂທປະກອນຂອງກອງທັບປະຊາຊົນຫວຽດນາມແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນເປັນພິເສດ. ການຊ້ອມໃຫຍ່ລະດັບຊາດຄັ້ງນີ້ແບ່ງອອກເປັນ 6 ລາຍການສະແດງໃຫຍ່, ມີກຳລັງພົນເຂົ້າຮ່ວມຫຼາຍກວ່າ 10.000 ຄົນ ໃນນັ້ນ, ມີກຳລັງພົນຈາກກອງທັບປະຊາຊົນລາວ, ຣັດເຊຍ, ກຳປູເຈຍ ແລະ ກູບາເຂົ້າຮ່ວມສວນສະໜາມນຳ.


ຂ່າວ ແລະ ພາບ: ປອງໄຕ ຈະເລີນສຸກ


