
ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ ມິງເຕິມ ເອກອັກຖະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາການນໍາຂັ້ນສູງພັກ-ລັດ, ມີອະດີດການນໍາຂັ້ນສູງພັກ-ລັດ, ທູຕານຸທູດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ຫວນຄືນເຖິງການກໍາເນີດຂອງ ພັກກອມມູນິດອິນດູຈີນ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930 ຊຶ່ງເປັນຕົ້ນກຳເນີດຂອງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ, ພັກກອມມູນິດຫວຽດນາມ ໄດ້ກາຍເປັນຄັນທຸງນໍາພາປະຊາຊົນຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດເອົາໄຊຊະນະອັນເປັນປະຫວັດສາດຂອງຊາດຄື: ດໍາເນີນການປະຕິວັດເດືອນສິງຫາ ສໍາເລັດຜົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ກັນຍາ 1945 ຊຶ່ງແມ່ນລັດກໍາມະກອນ-ຊາວນາ ລັດທໍາອິດຢູ່ອາຊີອາຄະເນ, ນີ້ແມ່ນໝາກຜົນຂອງການໝູນໃຊ້ ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນ ທີ່ຕິດພັນກັບຂະບວນການຮັກຊາດທີ່ດູດດື່ມ, ຂະບວນການຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນ ເພື່ອຄວາມເປັນເອກກະລາດຢູ່ໃນປະເທດຫົວເມືອງຂຶ້ນ, ເປັນໄຊຊະນະຂອງການປະຕິວັດປົດປ່ອຍຊາດທີ່ໂດດເດັ່ນ ໃນສະຕະວັດທີ 20, ທັງເປັນການເປີດສັງກາດໃໝ່-ສັງກາດທີ່ປະຊາຊົນຫວຽດນາມ ໄດ້ກາຍເປັນເຈົ້າຂອງຊາຕະກຳ ແລະ ປະເທດຊາດຂອງຕົນຢ່າງແທ້ຈິງ.

ຜ່ານການດຳເນີນພາລະກິດປ່ຽນແປງໃໝ່ເປັນເວລາເກືອບ 40 ປີມານີ້, ພັກ ແລະ ລັດຖະບານຫວຽດນາມ ໄດ້ສືບຕໍ່ນຳເອົາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ມີການປ່ຽນແປງໃໝ່ຢ່າງໃຫຍ່ຫຼວງ, ຮອບດ້ານ, ຍາດໄດ້ຜົນສຳເລັດທີ່ມີຄວາມໝາຍປະຫວັດສາດ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ນັບມີຄວາມເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນລຳດັບເລື້ອຍໆມາ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສະຫາຍຍັງໄດ້ຍົກໃຫ້ເຫັນ ຫວນຄືນເບິ່ງເສັ້ນທາງແຫ່ງການຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ ຂອງປະຊາຊົນລາວ ແລະ ຫວຽດນາມ ໃນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ.
ພັກ, ລັດຖະບານ ແລະ ປະຊາຊົນລາວ ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າ ຈະເຮັດສຸດຄວາມສາມາດຂອງຕົນ ສືບຕໍ່ຮ່ວມກັບພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຫາຍາກໃນການພົວພັນສາກົນນີ້ ໃຫ້ຈະເລີນງອກງາມຕະຫຼອດໄປ ແລະ ຖ່າຍທອດໃຫ້ແກ່ຮຸ່ນລູກຮຸ່ນຫຼານຂອງພວກເຮົາ ສືບທອດຕໍ່ໆໄປ, ສົມກັບການເສຍສະຫຼະທີ່ໃຫຍ່ຫຼວງຂອງບັນດາການນຳ, ນັກປະຕິວັດ ແລະ ປະຊາຊົນຂອງສອງປະເທດ ເພື່ອໃຫ້ພວກເຮົາມີວັນນີ້.

ຈາກນັ້ນ, ສະຫາຍ ຫງວຽນ ມິງເຕິມ ໄດ້ຂຶ້ນກ່າວຄໍາປາໄສ ຊຶ່ງມີບາງເນື້ອໃນວ່າ: ໃນໄລຍະເວລາກ່ອນໜ້ານີ້ 80 ປີ, ພາຍໃຕ້ການນໍາພາຂອງປະທານ ໂຮ່ຈິມິນ ແລະ ພັກກອມມູນິດອິນດູຈີນ, ປັດຈຸບັນແມ່ນພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ທັງຊາດໄດ້ລຸກຮືຂຶ້ນເພື່ອດໍາເນີນການປະຕິວັດເດືອນສິງຫາ ທີ່ສະໜັ່ນຟ້າສະເທືອນດິນ, ທັບມ້າງແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ສັກດີນາ. ການປະຕິວັດ ເດືອນສິງຫາ ປີ 1945 ໄດ້ຮັບຜົນສໍາເລັດ ໄດ້ເປັນບາດລ້ຽວທີ່ສໍາຄັນໃນປະຫວັດສາດ ຂອງຊາດຫວຽດນາມ; ເປັນຂີດໝາຍແຫ່ງການເຕີບໂຕກ້າວກະໂດດຂັ້ນຂອງການປະຕິວັດຫວຽດນາມ, ເປີດສັງກາດ ໃໝ່ຂອງຊາດ ຊຶ່ງແມ່ນສັງກາດແຫ່ງຄວາມເປັນເອກະລາດ ແລະ ອິດສະຫຼະພາບ; ສັງກາດທີ່ປະຊາຊົນຊາວຜູ້ອອກແຮງງານໄດ້ກໍາອໍານາດ ເປັນເຈົ້າປະເທດຊາດ, ເປັນເຈົ້າຊາຕາກຳຂອງຊາດ; ສັງກາດແຫ່ງຄວາມເປັນເອກະລາດ ແຫ່ງຊາດທີ່ຕິດພັນກັບສັງຄົມນິຍົມ. ດ້ວຍໄຊຊະນະຂອງການປະຕິວັດເດືອນສິງຫາ, ພັກກອມມູນິດຫວຽດນາມໄດ້ກາຍເປັນພັກກໍາອໍານາດ, ນໍາພາປະຊາຊົນຫວຽດນາມ ຍາດເອົາໄຊຊະນະນີ້ ໄປສູ່ໄຊຊະນະໃໝ່. ການປະຕິວັດເດືອນສິງຫາບໍ່ພຽງແຕ່ມີຄວາມໝາຍສໍາຄັນພິເສດຕໍ່ປະຫວັດສາດຂອງ ຫວຽດນາມເທົ່ານັ້ນ, ຫາກຍັງມີຄວາມໝາຍແຫ່ງຍຸກສະໄໝ ແລະ ສາກົນຢ່າງເລິກເຊິ່ງ ດ້ວຍໄຊຊະນະດັ່ງກ່າວ, ປະຊາຊົນຫວຽດນາມ ບໍ່ພຽງແຕ່ຍາດໄດ້ເອກະລາດເທົ່ານັ້ນ ຫາກຍັງຢືນຢັນຖານະບົດບາດ ແລະ ເສັ້ນທາງພັດທະນາຂອງຕົນໃນກະແສແຫ່ງປະຫວັດສາດໂລກຍຸກປັດຈຸບັນອີກດ້ວຍ.
ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ກ່າວບົດຖະແຫຼງປະກາດເອກະລາດ, ຖະແຫຼງໃຫ້ທົ່ງປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບການສະຖາປະນາລັດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ-ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຢືນຢັນວ່າ: “ປະເທດຫວຽດນາມມີສິດໄດ້ຮັບເສລີພາບ ແລະ ເອກະລາດ ແລະ ໃນຕົວຈິງກໍໄດ້ກາຍເປັນປະເທດມີເສລີພາບ, ເອກະລາດ. ທົ່ວທັງຊາດຫວຽດນາມຕັດສິນໃຈນໍາເອົາຈິດໃຈ ແລະ ກໍາລັງ, ຊີວິດ ແລະ ຊັບສິນທັງໝົດ ເພື່ອຮັກສາສິດເສລີພາບ, ເອກະລາດນັ້ນ ໄວ້ຢ່າງໝັ້ນຄົງ”. ດ້ວຍຈິດໃຈ “ບໍ່ມີອັນໃດປະເສີດເລີດລໍ້າກວ່າເອກະລາດ ແລະ ອິດສະຫຼະພາບ”, ໃນ 80 ປີທີ່ຜ່ານມາ, ປະຊາຊົນຫວຽດນາມ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຍາດເອົາບັນດາໄຊຊະນະອັນຍິ່ງໃຫຍ່. ນັ້ນແມ່ນໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຜູ້ຮຸກຮານ ຊຶ່ງຈຸດສູງແມ່ນໄຊຊະນະປະຫວັດສາດ ດຽນບຽນຝູ ປີ 1954; ແມ່ນມະຫາໄຊລະດູບານໃໝ່ປີ 1975, ສໍາເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດ ຊາດເປັນເອກະພາບ; ແມ່ນບັນດາໄຊຊະນະໃນການປົກປັກຮັກສາປະເທດຊາດ, ປະຕິບັດຫຼ້ອນພັນທະສາກົນ. ນັ້ນແມ່ນໄຊຊະນະຂອງກິດຈະການປ່ຽນແປງໃໝ່, ດໍາເນີນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ສ້າງສາປະເທດຊາດກ້າວຂຶ້ນສັງຄົມນິຍົມ. ດ້ວຍບັນດາໄຊຊະນະດັ່ງກ່າວ, ຫວຽດນາມຫັນຈາກແຄວ້ນໜຶ່ງທີ່ມີລະບອບເຄິ່ງສັກດິນາເຄິ່ງຫົວເມືອງຂຶ້ນ ແລະ ຖືກຕັດແບ່ງ ກາຍເປັນປະເທດເອກະລາດ ເສລີພາບ, ເອກະພາບ ແລະ ພັດທະນາຕາມເສັ້ນທາງສັງຄົມນິຍົມ; ປະຊາຊົນຫວຽດນາມ ຈາກການເປັນຂ້າທາດມາເປັນເຈົ້າຂອງປະເທດ ແລະ ສັງຄົມ.


