ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບມີສ່ວນຮ່ວມ ບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 29 ສິງຫາ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ແຂວງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບການ ແລະ ປະຊາຊົນໃນນະຄອນປາກເຊ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ ຍົກລະດັບເສັ້ນທາງບ້ານໂພນໄຊ ຈາກເສັ້ນທາງປູຢາງ ມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດ, ສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມ. ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 10 ຕື້ກີບ ທັງນີ້ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແນໃສ່ສ້າງບ້ານໂພນໄຊ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ໃນຮູບແບບຕະຫລາດກາງຄືນ ໃນຕໍ່ໜ້າ.

ສໍາລັບການກໍ່ສ້າງເສັ້ນທາງ ມີຄື: ເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກ ຮ້ານແຄນນອນ) ມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງ ກວ້າງເບື້ອງລະ 1,5 ແມັດ; ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫລັງໂຮງຮຽນ ມສ ໂພນໄຊ) ມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງກວ້າງ ເບື້ອງລະ 1,5 ແມັດ.

ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມ ຍັງໄດ້ທ່ຽວຊົມຕະຫລາດວາງສະແດງສິນຄ້າ, ຜະລິດຕະພັນໂອດັອບ ຂອງແຕ່ລະພາກສ່ວນນໍາມາວາງສະແດງຕື່ມອີກ. ພ້ອມນີ້, ຍັງໄດ້ມີການມອບ-ຮັບທຶນປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ຄື: ທະນາຄານພັດທະນາລາວ 7 ຕື້ກີບ, ອົງການປົກຄອງແຂວງຈຳປາສັກ 1,5 ຕື້ກີບ, ອົງການປົກຄອງນະຄອນປາກເຊ, ປະຊາຊົນບ້ານໂພນໄຊ ແລະ 9 ບ້ານເທສະບານ 1,5 ຕື້ກີບ.
ຂໍ້ມູນ-ພາບ: ຈັນທະວີສັກ


