ໃນວັນທີ 31 ສິງຫານີ້, ວິທະຍຸໂທລະພາບສູນກາງຈີນ (CMG) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດງານວາງສະແດງຮູບພາບລາວ-ຈີນ ພາຍໃຕ້ຫົວຂໍ້ “ປີກແຫ່ງສັນຕິພາບ” ເພື່ອເປັນການສະເຫຼີມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຍີ່ປຸ່ນຂອງປະຊາຊົນຈີນ ແລະ ການຕໍ່ຕ້ານຟາຊິດຂອງປະຊາຊົນທົ່ວໂລກ ຄົບຮອບ 80 ປີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານກວດກາສູນກາງພັກ, ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວ, ທ່ານ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍແຂກທີ່ຖືກເຊີນ.

ໃນພິທີ, ທ່ານ ນາງ ແສງແກ້ວ ຫົວຫນ້າ CMG ປະຈຳລາວ ກ່າວວ່າ: ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຖານະເປັນອົງການສື່ມວນຊົນສາກົນ ທີ່ມີຄວາມຮັບຜິດຊອບສູງ, ບໍ່ພຽງແຕ່ໄດ້ເປັນຜູ້ບັນທຶກເຫດການຂອງຍຸກສະໄໝ ເທົ່ານັ້ນ, ຫາກຍັງເປັນຜູ້ຊຸກຍູ້ການແລກປ່ຽນອາລິຍະທຳ ແລະ ເປັນຜູ້ເຜີຍແຜ່ ສົ່ງເສີມມິດຕະພາບສັນຕິພາບນໍາອີກ. ໃນໄລຍະ 80 ປີຜ່ານມາ, ປະຊາຊົນຈີນ ແລະ ປະຊາຊົນລາວ ໄດ້ຕໍ່ສູ້ຢ່າງຄຽງບ່າຄຽງໄລ່ກັນ ທ່າມກາງແປວໄຟລູກປືນຂອງສົງຄາມຕໍ່ຕ້ານຟາຊິດໂລກ, ໄດ້ຜູກມັດສຳພັນແຫ່ງມິດຕະພາບທີ່ເລິກເຊິ່ງ ໃນການຕໍ່ສູ້ດ້ວຍເລືອດເນື້ອ. ໃນ 80 ປີຕໍ່ມາ, ກໍ່ຄືມື້ນີ້ພວກເຮົາເລືອກໃຊ້ກ້ອງຖ່າຍຮູບ ແລະ ແປງແຕ້ມ ເພື່ອກັບມາທົບທວນຫວນຄືນປະຫວັດສາດຕອນນັ້ນ, ບໍ່ແມ່ນເພື່ອສືບຕໍ່ ຄວາມຄຽດຊັງ ແລະ ເຈັບປວດ, ຫາກແມ່ນເພື່ອຖອດຖອນບົດຮຽນຈາກປະຫວັດສາດ, ໃຫ້ຄວາມເຊື່ອໝັ້ນຕໍ່ສັນຕິພາບສາມາດຝັງເລິກໃນຫົວໃຈຂອງພວກເຮົາ, ໂດຍສະເພາະແມ່ນຈິດໃຈຂອງຄົນຮຸ່ນໃໝ່.

ທ່ານຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານທິດສະດີສູນກາງພັກກ່າວວ່າ, ສິລະປະ ແມ່ນພາສາຮ່ວມກັນຂອງມະນຸດ, ສາມາດຂ້າມຜ່ານຊາຍແດນ, ເຂົ້າເຖິງຈິດໃຈໂດຍກົງ. ການວາງສະແດງຄັ້ງນີ້ກໍແມ່ນຢາກໃຊ້ພາສາທີ່ບໍລິສຸດ ແລະ ເຂັ້ມແຂງທີ່ສຸດນີ້, ເລົ່າເລື່ອງຄວາມກ້າຫານ, ການເສຍສະຫຼະ ແລະ ຄວາມຫວັງຂອງມວນມະນຸດໃນທົ່ວໂລກ, ເພື່ອສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເລິກເຊິ່ງລະຫວ່າງລາວແລະຈີນໃນສົງຄາມຕໍ່ຕ້ານຟາຊິດ ແລະ ເປັນພະຍານໃຫ້ແກ່ການແລກປ່ຽນວັດທະນະທຳ ແລະ ເຊື່ອມສານຈິດໃຈຂອງປະຊາຊົນສອງຊາດ.
ຮູບພາບທີ່ນຳມາວາງສະແດງແບ່ງເປັນ 3 ພາກສ່ວນຄື: ຮູບແຕ້ມມາຈາກພະນັກງານ CMG, ສະຖາບັນວິຈິດສິນແຫ່ງຊາດລາວ ແລະ ຮູບຖ່າຍປະຫວັດສາດ ສົງຄາມຕໍ່ຕ້ານຟາຊິດ. ພິເສດ ກໍຍັງມີຮູບແຕ້ມລວມໝູ່ຈາກຊາວໜຸ່ມເຍົາວະຊົນລາວ-ຈີນ ທີ່ຫາກໍ່ແຕ້ມສໍາເລັດໃນວັນທີ 30 ສິງຫານີ້.
ງານຄັ້ງນີ້ແມ່ນໄດ້ເປີດໃຫ້ມວນຊົນທົ່ວໄປເຂົ້າຮັບຊົມໂດຍບໍ່ໄດ້ເສຍຄ່າ ຈົນຮອດວັນທີ 6 ກັນຍາ 2025 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ.


