ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ ກ່າວ​ຄຳ​ປາ​ໄສ

Sep 1, 2025

ຕອນ​ເຊົ້າ​ວັນ​ທີ 1 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ໄຂ​ຂຶ້ນ​ຢູ່​ສູນປະ​ຊຸມ ແລະ ​ວາງ​ສະ​ແດງ​ເໝີຍ​ຈ່ຽງກຳ​ແພງ​ນະ​ຄອນ​ທຽນ​ສິນ​ຈີນ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເປັນ​ປະ​ທານກອງ​ປ​ະ​ຊຸມ​ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.
ທ່ານ​ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປັດ​ຈຸ​ບັນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ກາຍ​ເປັນ​ອົງ​ການລະ​ດັບ​ພາກ​ພື້ນ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ ທີ່​ມີ​ 26 ປະ​ເທດເຂົ້າ​ຮ່ວມ, ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ໃນ 50 ກວ່າ​ຂົງ​ເຂດ ແລະ​ມີ​ຍອດ​ມູນ​ຄ່າ​ເສດ​ຖະ​ກິດ​ບັນ​ລຸ​​ເກືອບ 30.000 ຕື້​ໂດ​ລາ, ບົດ​ບາດອິດ​ທິ​ພົນ​​ໃນ​ເວ​ທີສາ​ກົນ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.
ພວກ​ເຮົາ​ໄດ້​ນຳ​ໜ້າ​ກ່ອນ​ໝູ່​ສ້າງ​ກົນ​ໄກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ຂົງ​ເຂດ​ການ​ທະ​ຫານ​ຢູ່​ເຂດ​ຊາຍ​ແດນ​, ​ນຳ​ໜ້າ​ກ່ອນ​ໝູ່ດຳ​ເນີນ​ການ​ຮ່ວມ​ມື​​ເພື່ອຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”; ນຳ​ໜ້າ​ກ່ອນ​ໝູ່ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ພ້ອມ​ທັງ​ໄດ້ນຳ​ໜ້າ​ກ່ອນ​ໝູ່​ສະ​ເໜີ​​ແນວ​ຄິດ​ການ​ບໍ​ລິ​ຫານ​ໂລກ​ແບບ​ປຶກ​ສາ​ຫາ​ລືຮ່ວມ​ກັນ, ​ສ້າງ​ສາຮ່ວມ​ກັນ ແລະ ແບ່ງ​ປັນ​ຮ່ວມ​ກັນ​, ເພື່ອ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ.
May be an image of 2 people, newsroom, dais and text
ພວກ​​ເຮົາ​ສົ່ງ​ເສີມ​ການຊຸກ​ຍູ້​ໂລກ​ຫັນ​ເປັນ​ຫຼາຍ​ຂົ້ວ​ທີ່ສະ​ເໝີ​ພາ​ບກັນ ແລະ ​ເປັນ​ລະ​ບຽບ​, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ທີ່​​ໃຫ້​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ ແລະ ກວມ​ລວມ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ບໍ​ລິ​ຫານ​​ໂລກ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ພວກ​ເຮົາ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ສ້າງ​ທະ​ນາ​ຄານ​ພັດ​ທະ​ນາ​ອົງ​ການ​ຮ່ວມ​ມື​ຊຽງໄຮ​ໃຫ້​ສຳ​ເລັດ​ໂດຍ​ໄວ, ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ແກ່​ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ສະ​ມາ​ຊິກ.