ວັນທີ 01 ກັນຍາ 2025 ນີ້ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງໄດ້ເປີດສົກຮຽນໃໝ່ 2025-2026.
ປອ ສຸລິເດດ ແກ້ວບົວລະເພັດ ກ່າວວ່າ: ສົກຮຽນ 2025-2026 ທົ່ວແຂວງມີໂຮງຮຽນທັງໝົດ: 1,035 ແຫ່ງ, ໃນນັ້ນ ອະນຸບານ 199 ແຫ່ງ; ໂຮງຮຽນປະຖົມສຶກສາ 718 ແຫ່ງ; ໂຮງຮຽນມັດທະຍົມຕອນຕົ້ນ 64 ແຫ່ງ; ມັດທະຍົມສົມບູນ 53 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີຫ້ອງຮຽນທັງໝົດ: 4,158 ຫ້ອງ, ໃນນີ້ ຫ້ອງລ້ຽງເດັກ 89 ຫ້ອງ, ຫ້ອງຮຽນອະນຸບານ 514 ຫ້ອງ, ຫ້ອງກຽມປະຖົມ 246 ຫ້ອງ, ຫ້ອງຮຽນປະຖົມສຶກສາ 2,189 ຫ້ອງ (ຫ້ອງຄວບ 1,087 ຫ້ອງ, ກວມເອົາ 49,65% ຂອງຈຳນວນຫ້ອງຮຽນປະຖົມທັງໝົດ), ມັດທະຍົມຕອນຕົ້ນ 830 ຫ້ອງ ແລະ ມັດທະຍົມຕອນປາຍ 290 ຫ້ອງ, ມີນັກຮຽນແຕ່ຊັ້ນລ້ຽງເດັກຮອດມັດທະຍົມຕອນປາຍ 110,373 ຄົນ, ຍິງ 53,298 ຄົນ, ຄູສອນທັງໝົດ: 5,886 ຄົນ, ຍິງ 3,485 ຄົນ.

ພາບ-ຂ່າວໂດຍ: ດາວອນ ມະນີວັນ


