ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມອະໄພຍະໂທດໃຫ້ນັກໂທດທົ່ວປະເທດທີ່ມີຄວາມກ້າວໜ້າໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ຄົບຮອບ 80 ປີ.

Sep 1, 2025

ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ຫວຽດນາມໄດ້ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໂດຍມີນັກໂທດຈຳນວນ 13.920 ຄົນ ໃນນັ້ນເປັນນັກໂທດຕ່າງປະເທດ 66 ຄົນທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີ ໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງຕ່າງໆໃນທົ່ວປະເທດໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ຕາມຂໍ້ຕົກລົງຂອງປະທານປະເທດຫວຽດນາມເລກທີ 1244/2025/QD-CTN ລົງວັນທີ 3 ກໍລະກົດ 2025. ກ່ອນໜ້ານັ້ນ, ປະທານປະເທດຫວຽດນາມໄດ້ອອກຂໍ້ຕົກລົງອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 1 ປະຈຳປີ 2025 ໃຫ້ນັກໂທດທີ່ມີຄວາມກ້າວໜ້າຈຳນວນ 8.055 ຄົນ ໃນໂອກາດວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ທີ 30 ເມສາ ຄົບຮອບ 50 ປີມາແລ້ວ.
May be an image of 6 people and text May be an image of 13 people and text
ພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ກັນຍາ 2025 ຢູ່ຄ້າຍຄຸມຂັງດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ຫວຽດນາມ. ມີທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ສຳຫຼັບນັກໂທດທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງ ດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ມີຈຳນວນ 377 ຄົນ.
May be an image of 11 people and text May be an image of 5 people and text
ທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມມີຄຳເຫັນຕໍ່ພິທີວ່າ: ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງໃນແຕ່ລະປີ ແມ່ນສະແດງໃຫ້ເຫັນເຖິງການປະຕິບັດແນວທາງນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ ແລະ ລັດຖະບານຫວຽດນາມ ດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ທີ່ມີລັກສະນະຍຸຕິທຳ ແລະ ເທົ່າທຽມກັນຂອງພົນລະເມືອງຫວຽດນາມທຸກຄົນ ລວມທັງນັກໂທດທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງແຕ່ລະແຫ່ງໃນທົ່ວປະເທດ. ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າຢູ່ຫວຽດນາມ ແມ່ນເກີດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງຊາດໃນທຸກໆປີ. ສ່ວນນັກໂທດທີ່ໄດ້ຮັບການປ່ອຍຕົວໃນໄລຍະຫຼາຍປີຜ່ານມາຢູ່ຫວຽດນາມແມ່ນມີຈຳນວນຫຼາຍແສນຄົນ ເຂົາເຈົ້າໄດ້ກັບຄືນໄປບ້ານເກີດເມືອງນອນຂອງຕົນ ກັບຄືນໄປຫາຄອບຄົວ ແລະ ດຳລົງຊີວິດດ້ວຍຄວາມສຸຈະລິດ ມີຄວາມບໍລິສຸດສັດຊື່ ເປັນເຈົ້າການປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ ແລະ ເປັນຄົນດີຂອງສັງຄົມ.
ຂ່າວແລະພາບ: ປອງໄຕ ຈະເລີນສຸກ