ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮອດປີ 2024 ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ (ຍທຂ), ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ວຽກງານສາມສ້າງ ແມ່ນວຽກໜຶ່ງທີ່ມີຄວາມສຳຄັນ ເປັນປັດໄຈກະຕຸກຊຸກຍູ້ ໃຫ້ແກ່ວຽກງານການກໍ່ສ້າງຮາກຖານການເມືອງໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ຊຶ່ງກົມການເມືອງສູນກາງພັກໄດ້ເອົາໃຈໃສ່ຕິດຕາມ, ຊີ້ນຳລັດຖະບານຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຊຶ່ງກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນວຽກງານສາມສ້າງຂອງຂະແໜງ ຍທຂ ພາຍຫຼັງໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ແກ່ບັນດາພະແນກ ຍທຂ, ນະຄອນຫລວງ/ແຂວງ ໃນທົ່ວປະເທດ. ພ້ອມນັ້ນ, ໃນວາລະດຳເນີນກອງປະຊຸມ ຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຄຳແນະ ນຳສະເພາະລົງເລິກກ່ຽວກັບຄວາມຮັບຜິດຊອບ ວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ລວມທັງການຄຸ້ມຄອງນໍ້າໜັກລົດບັນທຸກອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ ໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂັ້ນສູນກາງ ໄລຍະປີ 2019-2024 ເປັນຕົ້ນ ວຽກຂົວທາງ ໄດ້ສໍາເລັດໂດຍພື້ນຖານ ຮ່າງເນື້ອໃນແຜນຍຸດທະສາດຮອດປີ 2030, ວິໄສທັດຮອດປີ 2035 ແລະ ສ້າງແຜນການພັດທະນາ 5 ປີ (2021-2025) ຂອງຂະແໜງຂົວທາງ; ສໍາເລັດເນື້ອໃນ ແລະ ຮັບຮອງ ການແບ່ງຄວາມຮັບຜິດຊອບ ແຕ່ລະໜ້າວຽກໃນການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ກັບພະແນກ ຍທຂ ແຂວງໄຊສົມບູນ; ໄດ້ປະສານສົມທົບກັບພະແນກ ຍທຂ ແຂວງ ແລະ ນະຄອນຫລວງວຽງຈັນ ສໍາຫຼວດ, ເກັບກໍາຂໍ້ມູນສະພາບທາງຫຼວງເພື່ອຈັດລຽງບູລິມະສິດ, ສ້າງແຜນວຽກ ແລະ ແຜນງົບປະມານສໍາລັບວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງ. ນອກຈາກນີ້, ຍັງໄດ້ສໍາເລັດການສ້າງ ຕັ້ງໂຄງການສ້ອມແປງທາງຫຼວງແຫ່ງຊາດ 18 ໂຄງການ, ປະຈໍາແຕ່ລະແຂວງ ເພື່ອຄຸ້ມຄອງຕິດຕາມ, ກວດກາ ແລະ ຢັ້ງຢືນການຈັດຕັ້ງປະຕິບັດ ວຽກບູລະນະຮັກສາ ແລະ ສ້ອມແປງປີ 2022-2024.

ສຳລັບ ວຽກການບິນພົນລະເຮືອນ ໄດ້ສໍາເລັດສ້າງວິໄສທັດຮອດປີ 2030, ຍຸດທະສາດການພັດທະນາການບິນພົນລະເຮືອນ ຮອດປີ 2030 ແລະ ແຜນພັດທະນາ 5 ປີ (2021-2025) ຂອງກົມການບິນພົນລະເຮືອນ, ໄດ້ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍການຄວບຄຸມ ແລະ ຈໍາກັດສິ່ງກີດຂວາງການ ບິນຂອງສະໜາມບິນ; ໄດ້ເຜີຍແຜ່ນິຕິກໍາວຽກງານປ້ອງກັນຄວາມປອດໄພການບິນ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາບ້ານອ້ອມຮອບສະໜາມບິນ ໃນຂອບເຂດທົ່ວປະເທດ; ສ່ວນວຽກຂົນສົ່ງ ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ທ່າບົກຕາມແຜນຍຸດທະສາດເພີ່ມ 2 ແຫ່ງທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ແລະ ທ່າບົກວັງເຕົ່າ ຈຳປາສັກ; ຈັດຕັ້ງປະຕິບັດໂຄງການຂົນ ສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ ເພື່ອຄຸ້ມຄອງບໍລິການໃນຕົວເມືອງ, ມີລົດເມດ່ວນ BRT, ປັບປຸງທາງຍ່າງ ແລະ ການສັນຈອນທີ່ບໍ່ມີເຄື່ອງຈັກ, ມີສູນບັນຊາການຈະລາຈອນ ແລະ ລະບົບເກັບເງິນຄ່າໂດຍສານ.


