ເມືອງຫົງສາໄດ້ຈັດພິທີໄຂສົກຮຽນໃໝ່ ປີ 2025-2026, ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 1 ກັນຍາ 2025, ຢູ່ທີ່ສະໂມສອນ ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ກົມກອງ, ນາຍບ້ານ, ສະມາຄົມພໍ່ແມ່ນັກຮຽນ ພ້ອມດ້ວຍຄູ – ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ຄອງສີ ສີເມືອງ ກຳມະການພັກເມືອງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ຂຶ້ນລາຍງານການກະກຽມພິທີໄຂສົກຮຽນໃໝ່ 2025 – 2026. ໃນໂອກາດດັ່ງກ່າວນີ້ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຄູ – ອາຈານສອນທຸກຄົນຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ເຄົາລົບນັບຖື ແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຂະແໜງການສຶກສາ ແລະ ກິລາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສຳເລັດໜ້າທີ່ ທີ່ຊາດ ແລະ ປະຊາຊົນໄດ້ຮັບມອບໝາຍເປັນຢ່າງດີ, ຮຽກຮ້ອງເຖິງນັກຮຽນທຸກຄົນຈົ່ງພັດທະນາຕົນເອງ ແລະ ຕັ້ງໃຈຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ຮຽນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຮຽນໃຫ້ມີວິຊາຊີບໃດໜຶ່ງທີ່ໝັ້ນຄົງ, ຮຽກຮ້ອງເຖິງອົງການຈັດຕັ້ງທຸກພາກສ່ວນທັງພາກລັດ ແລະ ເອກະຊົນຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອການສຶກສາ ແລະ ກິລາຢູ່ແຕ່ລະທ້ອງຖິ່ນ ຖືເອົາວຽກງານການສຶກສາ ແລະ ກິລາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.


