ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

Sep 4, 2025

ໃນຕອນທ່ຽງຂອງວັນທີ 2 ກັນຍານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີ ແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ
ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການ ຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດຖານສະຫາຍ ອ້າຍນ້ອງ ທີ່ສະຫາຍ ໂຕເລີມ, ສະຫາຍ ເຈິ່ນແທັງເໝີ້ນ ແລະ ບັນດາສະຫາຍການນໍາຫວຽດນາມ ກໍຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ໄດ້ເນັ້ນວ່າ ໄຊຊະນະການປະຕິວັດເດືອນສິງຫາ ແລະ ກ້າວໄປເຖິງ ການສະຖາປະນາລັດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ກໍຄື ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນປັດຈຸບັນ ໃນວັນທີ 2 ກັນຍາ 1945, ເປັນໄຊຊະນະທີ່ຍິ່ງໃຫຍ່ສະຫວ່າງສະໄຫວ, ມີຄວາມໝາຍປະຫວັດສາດ ໂດຍພາຍໃຕ້ການນໍາພາອັນ ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍ ນ້ອງຜູ້ພິລະອາດຫານ ໄດ້ດໍາເນີນພາລະກິດປະຕິວັດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງຊາດຢ່າງດຸເດືອດ, ຂ້ຽວຂາດ ເປັນເວລາຍາວນານຫຼາຍທົດສະວັດ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ກ້າແກ່ນ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ເພື່ອຍາດເອົາເອກະລາດມາສູ່ປະຊາຊົນຄັ້ງທໍາອິດ ໃນປີ 1945 ແລະ ສືບຕໍ່ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍສົມທົບລະຫວ່າງ ກໍາລັງແຮງແຫ່ງຄວາມສາມັກຄີອັນເປັນປຶກແຜ່ນຂອງປະຊາຊົນຫວຽດນາມ, ກໍາລັງແຮງຂອງຍຸກສະໄໝ, ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ດ້ວຍຄວາມປາຖະໜາອັນສູງສົ່ງ ດັ່ງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ກ່າວໄວ້ວ່າ “ບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະລາດ, ເສລີພາບ”. ໄຊຊະນະລະດູບານໃໝ່ປີ 1975 ຂອງປະຊາຊົນຫວຽດນາມອ້າຍນ້ອງ ຍັງແມ່ນໝາກຜົນຂອງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນກໍາລັງແຮງອັນມະຫາສານຊຸກຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄື ເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າໃຫ້ແກ່ບັນດາຂະບວນການ ຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.
May be an image of 2 people
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີຄາສູງຕໍ່ບັນດາຜົນສໍາເລັດສໍາຄັນຮອບດ້ານຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ, ເປັນຕົ້ນ ຜົນສຳເລັດໃນການປາບປາມການສໍ້ລາດບັງຫຼວງ ຢ່າງເດັດດ່ຽວ ເພື່ອກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການຕັດສິນໃຈອັນເດັດດ່ຽວໃນການປັບປຸງກົງຈັກການຈັດຕັ້ງພັກ, ລັດ, ການປົກຄອງທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິຜົນ, ເສດຖະກິດມີການຂະຫຍາຍຕົວໄວຢູ່ ໃນອັນດັບຕົ້ນໆຢູ່ໃນຂົງເຂດອາຊີ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງພັັກ, ລັດ ສສ ຫວຽດນາມ ພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ສ ເກົາຫຼີ ຂອງ ສະຫາຍ ໂຕເລີມ ໃນບໍ່ດົນຜ່ານມາ, ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມທາງການ ສປປ ລາວ ຂອງ ສະຫາຍ ນາງ ຫວໍ ຖິ ແອງ ຊວັນ ຮອງປະທານປະເທດ ໃນບໍ່ດົນຜ່ານມາ ຊຶ່ງໄດ້ນຳເອົາໄມຕີຈິດມິດຕະພາບ ອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ມາສູ່ ພັກ, ລັດ ແລະ ປະຊາຊົນລາວ, ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນັ້ນ, ສະຫາຍ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ. ພິເສດແມ່ນ ພັກ, ລັດຖະບານ ຫວຽດນາມ ໄດ້ອະນຸຍາດ ແລະ ສ້າງເງື່ອນໄຂສະດວກໃຫ້ ສປປ ລາວ ນໍາໃຊ້ທ່າເຮືອ ຢູ່ ສສ ຫວຽດນາມ; ພ້ອມນັ້ນ ລັດຖະບານຫວຽດນາມ ຍັງໄດ້ໃຫ້ການສະໜັບສະໜູນ ໃນການຮັບຮອງເອົາ ອຸທິຍານຫີນໜາມໜໍ່ ຂອງລາວ ເປັນມໍຣະດົກໂລກ ແບບຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງຫວຽດນາມ ແລະ ໃນບໍ່ດົນຜ່ານມາ ກໍໄດ້ປະກາດຮັບຮອງ ເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມມີສີສັນຫຼາກຫຼາຍຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໃນການພົບປະ, ສອງຝ່າຍ ຍັງໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ, ແຈ້ງໃຫ້ກັນຊາບສະພາບພົ້ນເດັ່ນ ຂອງແຕ່ລະພັກ, ແຕ່ລະປະເທດ ໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ, ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງພັກ, ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າ ເກົ່າ, ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມ ສ້າງໄດ້ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດ ຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ໄດ້ເປັນຢ່າງດີ.
ຂ່າວ-ພາບ: ຄຕພ