ເພື່ອກະກຽມຄວາມພ້ອມ ແລະ ເປັນເອກະພາບທາງດ້ານເຕັກນິກ ຮັບປະກັນໃຫ້ແກ່ກ້ອນກຳລັງເດີນຂະບວນສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ເຂັ້ມແຂງ ຈົບງາມ.
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳກ້ອນກຳລັງສວນສະໜາມສະເຫຼີມສະຫຼອງ ວັນຊາດ ຄົບຮອບ 50 ປີ ໄດ້ໃຫ້ສຳພາດວ່າ: ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຮັບມອບໝາຍຮັບຜິດຊອບ ກໍໄດ້ສ້າງແຜນການເປີດຊຸດບຳລຸງຄູຝຶກເຕັກນິກຮູບແຖວ ການເດີນສວນສະໜາມສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ. ທັງນີ້ກໍເພື່ອຮັບປະກັນແກ່ການຈັດຕັ້ງກະກຽມ – ຫັດແອບກໍາລັງເດີນສວນສະໜາມ ຂອງກໍາລັງປ້ອງກັນຊາດ ໃຫ້ໄດ້ຕາມຄາດໝາຍແຜນການວາງອອກ ແລະ ທັງເປັນການເອກະພາບຄືນວິຊາລະບຽບ ແກ່ຄູຝຶກແຕ່ລະກ້ອນສວນສະໜາມ ໃຫ້ມີຄວາມຮູ້ທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຈັດຕັ້ງສິດສອນໃຫ້ກົມກອງຕົນໄດ້. ໂດຍແນ່ໃສ່ເນື້ອໃນເພື່ອເອກະພາບຄືນດ້ານເຕັກນິກ, ບັນດາຈັງຫວະການກະທໍາ ເລີ່ມແຕ່ບຸກຄົນຈົນເຖິງລວມໝູ່, ລໍາດັບ ບາດກ້າວໃນການເດີນສວນສະໜາມ ແລະ ລະບຽບທໍານຽມຄູ, ເພື່ອອົບຮົມໃຫ້ຄູຝຶກ ແລະ ພະນັກງານວິຊາສະເພາະໃນທົ່ວກອງທັບ, ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງເຕັກນິກຈັງຫວະຕ່າງໆ ແລະ ຮູ້ສັງເກດແນະນໍາໃນການຈັດຕັ້ງຫັດແອບຢ່າງຖືກຕ້ອງ ແລະ ຄົບຖ້ວນ ທັງເປັນລະບຽບຈົບງາມ.
ສຳລັບກ້ອນກໍາລັງສວນສະໜາມ ຂອງກະຊວງປ້ອງກັນປະເທດ ລວມມີ 18 ກ້ອນ, ພິເສດແມ່ນມີກຳລັງປ້ອງກັນຄວາມສະຫງົບ ເຂົ້າຝຶກອົບຮົມນຳ, ພາຍຫຼັງການຝຶກອົບຮົມຄູຝຶກສຳເລັດແລ້ວ ຈະໄດ້ຈັດຕັ້ງຄູຝຶກໃສ່ເຂົ້າບັນດາ 3 ສູນໃຫຍ່ ຄື: ກອງພັນຍິງປືນ 199, ວິທະຍາຄານກົມມະດຳ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ຈັດຕັ້ງລົງບັນດາກົມກອງທີ່ໄດ້ອົບຮົມຫັດແອບພາຍໃນກົມກອງຂອງຕົນ.

ຂ່າວ: ວິທະຍຸກອງທັບ


