ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ໂພໄຊ ໄຊຍະສອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງ ຮສສ

Sep 5, 2025

ສະຫາຍ ໂພໄຊ ໄຊຍະສອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຊຶ່ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນແລງຂອງວັນທີ 4 ກັນຍານີ້, ​ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້ລາຍງານຜົນການປ່ອນບັດເລືອກຕັ້ງຂອງກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງຊຸດໃໝ່ ຊຶ່ງມີຜູ້ສະໝັກ 14 ສະຫາຍ ຍິງ 4 ສະຫາຍ, ເລືອກເອົາ 11 ສະຫາຍຍິງ 2 ສະຫາຍ, ເລືອກເອົາຄະນະປະຈຳພັກ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບກັນ ເລືອກເອົາສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກກະຊວງ, ເລືອກເອົາສະຫາຍ ນາງ ແກ້ວ ຈັນທະວິໄຊ ເປັນຮອງເລຂາພັກ ແລະ ເລືອກເອົາສະຫາຍ ພົງໄຊສັກ ອິນຖາລາດ ເປັນປະທານກວດກາພັກ, ເລືອກເອົາສະຫາຍ ວິໂລພົງ ສີສົມຫວັງ ເປັນຮອງປະທານກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 7 ສະຫາຍ ແລະ ສຳຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກຕໍ່ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການປັບປຸງລະບົບການເມືອງຂອງຕົນໃຫ້ມີຄວາມເຂັ້ມແຂງ ແຂ​ງແຮງ; ເອົາໃຈໃສ່ປັບປຸງບູລະນະກົງຈັກການຈັດຕັ້ງຂອງພັກ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ ຮັບປະກັນໃຫ້ທຸກການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນມີຄວາມສະຫງົບ, ໜັກແໜ້ນ ຮັບປະກັນຕາມທິດພັກນໍາພາ, ລັດຄຸ້ມຄອງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນຢ່າງເຕັມສ່ວນ; ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາການພັດທະນາສີມືແຮງງານລາວ ໃຫ້ມີຄວາມຊໍານິຊໍານານງານໄດ້ທັງປະລິມານ ແລະ ຄຸນນະພາບໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ; ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາພັດທະນາລະບົບປົກປ້ອງສັງຄົມໃຫ້ເຂັ້ມແຂງ, ມີປະສິດທິພາບ, ຫັນເປັນທັນສະໄໝ ແລະ ຮັບປະກັນໃຫ້ພົນລະເມືອງລາວເຂົ້າເຖິງການບໍລິການຂັ້ນພື້ນຖານຢ່າງທົ່ວເຖິງ.
May be an image of 2 people and text May be an image of 12 people and text
May be an image of dais and text
ທີ່ມາ: ປະຊາຊົນ