ໃນຕອນເຊົ້າຂອງວັນທີ 3 ກັນຍາ 2025, ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງຫົງສາ ໂດຍສະເພາະແຕ່ 3ແຍກຂົວນ້ຳເຫຼືອກຫາໂຄງການໄຟຟ້າຫົງສາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈິລະສັກ ທິບບຳລຸງ ຮອງອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ, ມີຄະນະນໍາຂອງເມືອງ, ບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ແລະ ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງກໍເພື່ອປຶກສາຫາລືກັນຄົ້ນຄວ້າວິທີການໃນການກະກຽມສ້ອມແປງເສັ້ນທາງທີ່ເປັນຂຸມຫຼາຍຈຸດ ເພື່ອໃຫ້ການສັນຈອນໄປມາມີຄວາມສະດວກ, ປອດໄພຕໍ່ກັບຜູ້ຂັບຂີ່, ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳເຫັນເພື່ອຍົກໃຫ້ເຫັນບັນຫາຕົວຈິງ ແລະ ບັນຫາການປັບປຸງພັດທະນາພື້ນຖານໂຄງລ່າງຢູ່ພາຍໃນເມືອງໃຫ້ດີຂຶ້ນ.
ອົງການປົກຄອງເມືອງ ແລະ ບໍລິສັດໄຟຟ້າຫົງສາ ພ້ອມດ້ວຍບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ຈະໄດ້ຮ່ວມກັນແກ້ໄຂວຽກງານດັ່ງກ່າວ ເພື່ອເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນພາຍໃນເມືອງ.



