ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.

Sep 5, 2025

ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ລາຍງານໃນວັນທີ 5 ກັນຍາ 2025 ນີ້ວ່າ: ທີມກວດກູ້ພື້ນທີ່ຫາກໍ່ກວດພົບ ແລະ ໄດ້ທຳລາຍລະເບີດບົ່ມບີ້ຈຳນວນ 488 ລູກ ແລະ ລູກປືນຄົກຂະໜາດ 60mm ຈຳນວນ 7 ໜ່ວຍ ທີ່ສວນກາເຟຢູ່ທີ່ບ້ານຫຼັກ 45, ເມືອງປາກຊ່ອງ, ແຂວງຈຳປາສັກ. ເຊິ່ງບ້ານນີ້ເປັນໜຶ່ງໃນໝູ່ບ້ານທີ່ມີພື້ນທີ່ອັນຕະລາຍຈາກລະເບີດທີ່ບໍ່ທັນແຕກ (ລບຕ) ຫຼາຍທີ່ສຸດ.
ປັດຈູບັນ ພື້ນທີ່ທີ່ມີຄວາມສ່ຽງແມ່ນກວມເອົາ 47,412 ຕາແມັດ ແລະ ໄດ້ເຮັດການກວດກູ້ໄປແລ້ວ 28,705 ຕາແມັດ.
May be an image of 1 person, longan, tree and text May be an image of 2 people and text