ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມພັນທະມິດ ສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025

Sep 5, 2025

ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025 ຈັດຂຶ້ນໃນວັນທີ 5 ກັນຍາ 2025 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍການເປັນປະທານຂອງ ທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢຸນນານ, ມີທ່ານ ນາງເຈີ່ງຢ້ຽນ (Zeng Yan) ຫົວໜ້າຄະນະໂຄສະນາອົບຮົມ ຄະນະພັກ ແຂວງຢຸນນານ, ທ່ານ ຊີຢຸນຜູ (Qu Yingpu) ຫົວໜ້າບັນນາທິການໃຫຍ່ສໍານັກໜັງສືພິມ China Daily. ພ້ອມນັ້ນຍັງມີຄະນະຜູ້ແທນສື່ມວນຊົນຈາກລາວ ນຳໂດຍທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ພ້ອມດ້ວຍຄະນະຜູ້ແທນສື່ມວນຊົນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໃນເຂດໂລກໃຕ້ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ໝາກຜົນການຮ່ວມມືຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025. ໃນນັ້ນ, ໄດ້ຈັດພິທີເປີດໂຄງການຮ່ວມມືພັນທະມິດສື່ມວນຊົນ. ສໍາລັບໂຄງການກ່ຽວກັບປະເທດລາວມີ: ງານວັດທະນະທໍາບຸນກຸດຈີນກ້າວເຂົ້າສູ່ລາວ ແລະ ໄທ ປີ 2025 ພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ; ໂຄງການຮ່ວມມືປະຈໍາປີ ລະຫວ່າງສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ກັບສື່ມວນຊົນຕ່າງໆຂອງລາວ ເຊັ່ນ: ໂຄງການລາຍການພາສາມື. ພ້ອມນັ້ນ, ຍັງມີງານພົບປະຕຽນສື ພາຍໃຕ້ຫົວຂໍ້: ການຮຽນຮູ້ເຊິ່ງກັນ ແລະ ກັນ ພັດທະນາຮ່ວມກັນ; ເວທີສົນທະນາໂຕະມົນ ໃນຫົວຂໍ້: ຂ້າມພູເຂົາ ແລະ ທະເລ, ຈັບມືກັນກ້າວເດີນໄປຂ້າງໜ້າ.
May be an image of lighting, table, dais and text
ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ມີຄຳເຫັນວ່າ: ສື່ມວນຊົນເປັນຂົວຕໍ່ໃນການແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນດ້ານອະລິຍະທໍາ ເປັນຂົວຕໍ່ໃນການເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນ. ພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງເວທີທີ່ສຳຄັນໃຫ້ແກ່ການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານສື່ມວນຊົນລະຫວ່າງ ລາວ-ຈີນ, ເປັນກົນໄກທີ່ມີປະສິດທິຜົນໃນການຊຸກຍູ້ການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ການປະສານສົມທົບຊັບພະຍາກອນຮ່ວມກັນ ແລະ ການແລກປ່ຽນບຸກຄະລາກອນຂອງສື່ມວນຊົນໃນພາກພື້ນ. ສື່ມວນຊົນລາວ ໄດ້ຕັ້ງໜ້າຕອບສະໜອງຕໍ່ການສ້າງພັນທະມິດເຊັ່ນ: ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ສື່ມວນຊົນອື່ນໆ ແມ່ນສະມາຊິກຂອງພັນທະມິດດັ່ງກ່າວ. ສື່ມວນຊົນລາວ-ຢຸນນານ ໄດ້ສ້າງຮູບແບບການຮ່ວມມືທີ່ມີການປະດິດສ້າງຢ່າງຕໍ່ເນື່ອງ, ມີເນື້ອໃນຫຼາກຫຼາຍ ແລະ ມີໝາກຜົນນັບມື້ນັບພົ້ນເດັ່ນ.
May be an image of 2 people, baby's-breath and text that says 'SSAMN 2025南亚东南亚媒体联盟年会 South and Southeast Asian Media Network Wwh.ee (SSAMN) Annual Meeting AnnualMeeting2025 2025 S SSAMN 2025年9月4日-8日 云南・配明 云南·星明'
ທ່ານ ຄໍາພັນ ເຜີຍຍະວົງ ມີຄຳເຫັນຕື່ມວ່າ: ໃນອະນາຄົດ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຈະຊຸກຍູ້ ແລະ ສະໜັບສະໜູນສື່ມວນຊົນລາວ ດໍາເນີນການແລກປ່ຽນ ແລະ ຮ່ວມມືກັບສື່ມວນຊົນປະເທດຕ່າງໆ ພາຍໃຕ້ຂອບຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ເປັນຕົ້ນ:ຊຸກຍູ້ການແລກປ່ຽນດ້ານບຸກຄະລາກອນ, ຝຶກອົບຮົມ, ສຳມະນາຮ່ວມກັນ, ເພື່ອສ້າງໂອກາດ ດໍາເນີນການແລກປ່ຽນຄວາມຄິດເຫັນ ແລະ ຍົກລະດັບຄວາມສາມາດໃຫ້ສື່ມວນຊົນ, ພ້ອມທັງຮ່ວມມືດ້ານເຕັກນິກ, ຮ່ວມກັນຊຸກຍູ້ເຕັກໂນໂລຊີທັນສະໄໝ, ປັນຍາປະດິດ ເພື່ອໃຫ້ເຕັກນິກດັ່ງກ່າວເກີດຜົນປະໂຫຍດຕໍ່ສະມາຊິກພັນທະມິດຫຼາຍກວ່າເກົ່າ, ເລັ່ງລັດຂະບວນການຫັນເປັນທັນສະໄໝຂອງສື່ມວນຊົນໃນພາກພື້ນ, ເພີ່ມທະວີການຊົມໃຊ້ຊັບພະຍາກອນຮ່ວມກັນ, ສ້າງເວທີສື່ມວນຊົນ, ແຫຼ່ງຂໍ້ມູນການເອົາຂ່າວ, ກົນໄກຊົມໃຊ້ຜະລິດຕະພັນສື່ຂ່າວຮ່ວມກັນໃຫ້ສົມບູນແບບ, ເພື່ອຮ່ວມກັນເລົ່າເລື່ອງລາວການພັດທະນາຮ່ວມມືຂອງບັນດາປະເທດໃນພາກພື້ນ, ສະແດງໃຫ້ເຫັນກາລະໂອກາດການຮ່ວມມືໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
May be an image of ‎7 people and ‎text that says '‎S SSAMN 2025-2026南亚东南亚媒体联盟合作项目 2025-2 2025-2026 South and Southeast Asian w0Sntmeses Media Network Cooperation Projects 正式启动 Officiallylaunched Officially launched S 2025周亚东南亚難体联團年 AMN South and Southeast Asian Media Network (SSAMN) Iobeicaaaoaosow AnnualMeeting nnual Meeting 207 5 2025南亚东 2025南亚东南亚媒体联盟年会 025南亚东南亚体m 如菜 体 联 טוע 东 南 三 SSAMN South 2025 Wwsweeawatww.sesws nd Southeast Asian Media etwork (SSAMNY Annual Meeting 2025 S SSAMN‎'‎‎
ຂ່າວ-ພາບ : ກະຕ່າຍ ມາກໂນຊາ