ໃນໂອກາດຄະນະຜູ້ແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025 ທີ່ຈັດຂຶ້ນໃນຕອນເຊົ້າໃນວັນທີ 5 ກັນຍານີ້ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ. ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ພົບປະສອງຝ່າຍກັບທ່ານ ນາງ ອູຊູ້ ສະມາຊິກຄະນະພັກ ເລຂານຸການສະມາຄົມນັກຂ່າວແຫ່ງ ສປຈີນ.
ການພົບປະຄັ້ງນີ້, ສອງຝ່າຍຕ່າງກໍສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດ ເລີ່ມແຕ່ໄດ້ປັບປຸງກົງຈັກໂອນວຽກງານຖະແຫຼງຂ່າວໄປຂຶ້ນກັບ ຄອສພ. ພ້ອມນັ້ນ, ໄດ້ພ້ອມກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສື່ມວນຊົນ ສປປ ລາວ ແລະ ສື່ມວນຊົນ ສປ ຈີນ ໂດຍສະເພາະແມ່ນສະມາຄົມນັກຂ່າວຈີນ ກໍຄືສປຈີນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອສື່ມວນຊົນລາວ ເປັນຕົ້ນດ້ານເຕັກນິກ, ວິຊາການ ແລະ ການຝຶກອົບຮົມນັກຂ່າວ ຕະຫຼອດໄລຍະຜ່ານມາ. ພ້ອມດຽວກັນນີ້, ທັງສອງຝ່າຍຍັງຈະໄດ້ສືບຕໍ່ ໃຫ້ການຮ່ວມມືຊຶ່ງກັນ ແລະ ກັນໂດຍສະເພາະແມ່ນສະມາຄົມນັກຂ່າວແຫ່ງສປຈີນ ແລະ ຄອສພ ກໍຄືສື່ມວນຊົນ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ : ກະຕ່າຍ ມາກໂນຊາ


