ໃນວັນທີ 04 ກັນຍາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບິລານ ໂອຣັງເຊບ ດູຣານີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອເດັກ (ອຸຍນີເຊບ) ປະຈຳ ສປປ ລາວ. ຈຸດປະສົງເພື່ອປຶກສາຫາລື ໃນການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ, ພ້ອມທັງຂອບໃຈຕໍ່ອົງການອຸຍນີເຊບ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດໄລຍະຫລາຍປີຜ່ານມາ ໂດຍສະເພາະວຽກງານທີ່ຕິດພັນກັບແມ່ ແລະ ເດັກ.

ອົງການອຸຍນີເຊບ ເປັນໜຶ່ງໃນອົງການເຄືອຂ່າຍຂອງ ສປຊ ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 1946, ອົງການດັ່ງກ່າວແມ່ນໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກນ້ອຍໃນທົ່ວໂລກ. ອົງການອຸຍນີເຊບ ໄດ້ເລີ່ມເຂົ້າມາຊ່ວຍເຫຼືອ ສປປ ລາວ ແຕ່ປີ 1950 ແລະ ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າ ເພື່ອເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນປີ 1973, ເຊິ່ງອົງການອຸຍນີເຊບ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫລາຍຂົງເຂດເປັນຕົ້ນແມ່ນຊ່ວຍສະໜັບສະໜູນໃນວຽກງານການພັດທະນາ ທີ່ຕິດພັນກັບແມ່ ແລະ ເດັກ ເຊັ່ນ: ການສຶກສາ, ສາທາລະນະສຸກ, ໂພຊະນາການ, ການປົກປ້ອງເດັກ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມທີ່ກະທົບຕໍ່ເດັກ. ປັດຈຸບັນ, ສປປ ລາວ ແລະ ອົງການອຸຍນີເຊບ ກໍາລັງຈັດຕັ້ງປະຕິບັດແຜນງານການຮ່ວມມື (Country Programme Document) ໄລຍະປີ 2022-2026 ຄາດຄະເນງົບປະມານທີ່ນໍາໃຊ້ເຂົ້າໃນແຜນງານດັ່ງກ່າວແມ່ນປະມານ 100 ລ້ານ ໂດລາສະຫະລັດ.

ພ້ອມດຽວກັນນີ້, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ເປັນສະມາຊິກໃນສະພາບໍລິຫານ ຂອງອົງການອຸຍນີເຊບ ສົກປີ 2025-2027, ເຊິ່ງ ສປປ ລາວ ເຄີຍເປັນສະມາຊິກມາກ່ອນໃນປີ 2001-2003. ສະພາບໍລິຫານດັ່ງກ່າວມີບົດບາດໃນການອະນຸມັດ, ຕິດຕາມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານຂອງອົງການອຸຍນີເຊບ ໃນທົ່ວໂລກ, ມີສະມາຊິກ 36 ປະເທດ, ເລືອກຕັ້ງທຸກໆ 03 ປີ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ຂອງຕົນໃນສະພາບໍລິຫານຂອງອົງການອຸຍນີເຊບ ຕາມພາລະບົດບາດ ແລະ ຄວາມສາມາດຂອງຕົນ.
ນອກຈາກນີ້, ທັງສອງຝ່າຍກໍ່ໄດ້ປຶກສາຫາລືກັນຫລາຍບັນຫາ ເປັນຕົ້ນແມ່ນການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃນທ້າຍເດືອນຕຸລາ 2025 ນີ້ ແລະ ບັນຫາການລະດົມທຶນເພື່ອມາຈັດຕັ້ງປະຕິບັດແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ. ໃນຕອນທ້າຍທັງສອງຝ່າຍກໍ່ໄດ້ໃຫ້ຄໍາໝາຍໝັ້ນ ໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືເຊິ່ງກັນ ແລະ ກັນໃນຕໍ່ໜ້າ.


