ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພຽງ 3 ເດືອນມີນັກທ່ອງທ່ຽວເຂົ້າມາທ່ຽວ ບ້ານໜອງຫລວງ 3 ພັນກວ່າຄົນ

Sep 8, 2025

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນເດືອນມິຖຸນາ-ສິງຫາ 2025 ນີ້, ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ໃຊ້ບໍລິການ ການທ່ອງທ່ຽວຢູ່ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ ຈໍານວນ 3.261 ຄົນ, ເຊິ່ງສ່ວນຫລາຍແມ່ນນັກທ່ອງທ່ຽວທີ່ມາຈາກປະເທດໄທ.
ກິດຈະກໍາຫລັກຂອງນັກທ່ອງທ່ຽວທີ່ມາທ່ຽວບ້ານໜອງຫລວງ ແມ່ນນອນເຮືອນພັກແຮມປະຊາຊົນ (Homestay), ຍ່າງປ່າທ່ຽວຊົມທໍາມະຊາດ, ນອນເຕັ້ນ, ຊົມດອກໄມ້ປ່າຕາມລະດູການ, ຊົມນໍ້າຕົກຕາດຂະມຶດ ແລະ ຕາດເສືອ, ເຊິ່ງເປັນກິດຈະກໍາການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ໃນການຮັກສາສິ່ງອວດລ້ອມ ໂດຍນັກທ່ອງທ່ຽວໄດ້ເກັບມ້ຽນສິ່ງເສດເຫລືອຂອງຕົນເອງອອກມາພ້ອມ.