ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາສັກ ດໍາເນີນກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 3, ໃນລະຫວ່າງວັນທີ 8-9 ກັນຍາ 2025 ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ມີສະຫາຍ ພູໂຂງ ພິລາເພັດ ຫົວໜ້າກົມພັກ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະປະຈໍາພັກເມືອງ-ນະຄອນ, ປກສ-ປກຊ, ພະແນກການ, ສະຖາບັນການສຶກສາອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນຊີ້ນໍາ ໂດຍເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກໍາແໜ້ນມາດຕະຖານລວມ ແລະ ມາດຕະຖານສະເພາະ ຂອງຜູ້ທີ່ຈະຄັດເລືອກເຂົ້າໃສ່ໂຄງປະກອບບຸກຄະລາກອນ ຄະນະບໍລິຫານງານພັກແຂວງ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງໄຈ້ແຍກໃຫ້ອອກລະຫວ່າງເລື່ອງສ່ວນລວມ ແລະ ເລື່ອງສ່ວນຕົວ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂໂດດເດັ່ນກວ່າໝູ່ ເຂົ້າໃນໂຄງປະກອບບຸກຄະລາກອນຄະນະບລິຫານງານພັກແຂວງ ສະໄໝທີ IX.
ເປົ້າໝາຍຜູ້ອອກທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກ ແຂວງຈໍາປາສັກ ສະໄໝທີ IX ຮອບທີ 3 ມີທັງໝົດ 51 ສະຫາຍ ຍິງ 6 ສະຫາຍ ໃນນັ້ນ, ຄະນະບໍລິຫານພັກແຂວງ ຊຸດທີ VIII ມີ 23 ສະຫາຍ ຍິງ 3 ສະຫາຍ, ເປົ້າໝາຍໃໝ່ 28 ສະຫາຍ ຍິງ 3 ສະຫາຍ. ກອງປະຊຸມຄັ້ງນີ້, ຍັງໄດ້ທາບທາມຄະນະປະຈໍາພັກແຂວງ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກແຂວງ ພ້ອມທັງຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ແຂວງຈໍາປາສັກ ສະໄໝທີ VIII ຕື່ມອີກ.

ຂ່າວ-ພາບ: ທູນທອງໃຈ


