ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫົງສາ ປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ ແລະ ຂອງສາກົນ

Sep 10, 2025

ວັນທີ 9 ກັນຍາ 2025 ນີ້, ເມືອງຫົງສາ ໄດ້ຈັດພິທີປາຖະກະຖາ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ ( 2/9/1945-2/9/2025) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ( 9/9/2002-9/9/2025) ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການປາຖະກະຖາຂອງທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈໍາເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 1 person and dais May be an image of 2 people, dais and text
ທ່ານ ພົມມາ ພົມມະຫານ ໄດ້ທົບທວນຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດຂອງຫວຽດນາມຕະຫຼອດໄລຍະ 80 ປີ ຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາເຫດການທີ່ເກີດຂຶ້ນຕະຫຼອດໄລຍະຂອງການປະຕິວັດຫວຽດນາມ ໃນການຕໍ່ສູ້ຍາດເອົາອຳນາດການປົກຄອງຈາກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງປະຊາຊົນຫວຽດນາມ ໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ເອົາປະເທດຊາດຈົນໄດ້ຮັບໄຊຊະນະຢ່າງຈົບງາມ ໃນວັນທີ 2 ກັນຍາ 1945. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ຜົນງານຂອງການຮ່ວມມືແບບພິເສດຫວຽດນາມ-ລາວ ໃນຊຸມປີຜ່ານມາ ແລະ ບາງທິດທາງກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຕໍ່ໜ້າ, ພ້ອມທັງ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ, ຍົກໃຫ້ເຫັນເຖິງມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 23 ປີຄື: ວັນທີ 9 ກັນຍາ ປີ 2002-9 ກັນຍາ ປີ 2025 ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ, ການສະໜັບສະໜູນອູ້ມຊູຊ່ວຍເຫຼືອຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານໃນຫຼາຍດ້ານ, ເຮັດໃຫ້ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ, ປະເທດເພື່ອນມິດ ແລະ ສາກົນຢ່າງສົມກຽດ, ຮັກສາມູນເຊື້ອ 3 ດີ ແລະ 6 ຮັກສາຂອງສະຫະພັນນັກຮົບເກົ່າໄດ້ກຳນົດໄວ້.
ພາບ-ຂ່າວ: ຄ.ອ.ມ ຫົງສາ