ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ກັນຍາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ ທັງໝົດ 218 ສະຫາຍ, ຍິງ 71 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ນີ້, ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນ ໃນຊີວິດການເມືອງຂອງກະຊວງການຕ່າງປະເທດ, ເປັນການປະຕິບັດຕາມຫລັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກະຊວງການຕ່າງປະເທດ, ຜ່ານກອງປະຊຸມໃຫຍ່ຄັ້ງນີ້, ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາຂອງຄະນະພັກ ໃນອົງຄະນະພັກກະຊວງການຕ່າງປະເທດ ໄດ້ຮັບການເຊີດຊູສູງຂຶ້ນກວ່າເກົ່າ.

ໃນວາລະການດໍາເນີນກອງປະຊຸມໃນຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຜ່ານຮ່າງບົດລາຍງານການເມືອງ ໂດຍໄດ້ສະຫລຸບຕີລາຄາການນໍາພາຂອງ ອົງຄະນະພັກກະຊວງການປະເທດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊູມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໃນໄລຍະ 5 ປີຜ່ານມາ (2021-2025) ພ້ອມທັງວາງທິດທາງລວມ ແລະ ໜ້າທີ່ຕົ້ນຕໍ່ໃນການນໍາພາຂອງ ອົງຄະນະພັກກະຊວງການຕ່າງປະເທດ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ”, ຕາມທິດນໍາ “ເພີ່ມມິດຫລຸດຜ່ອນສັດຕູ” ແລະ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ແລະ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບກັບບັນດາປະເທດໃນໂລກ ໂດຍບໍ່ໄດ້ຈຳແນກລະບອບການເມືອງ. ພ້ອມກັນນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ ບົນພື້ນຖານໄຈ້ແຍກໃຫ້ເຫັນໝາກຜົນທີ່ພົ້ນເດັ່ນທີ່ຍາດມາໄດ້, ບັນດາຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໃນກອງປະຊຸມ, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຕາງບັນດາໜ່ວຍພັກ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າສະມາຊິກພັກ, ເອກອັກຄະລັດຖະທູດ ແລະ ຕາງໜ້າໃຫ້ນັກການທູດອາວຸໂສ.

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ນີ້, ຍັງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບກຽດຈາກ ສະຫາຍ ສະເຫລີມໄຊ ກົມມະສິດ ເພື່ອໂອລົມ ແລະ ໃຫ້ການຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ກໍຄື ການປະຕິບັດການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ ຕາມຄໍາຂວັນທີ່ວ່າ “ບຸກທະລຸດ້ານການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວໃນດ້ານການເປັນເສນາທິການ”.
ຂ່າວ: ກະຊວງຕ່າງປະທດ


