ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດ 6 ເດືອນຕົ້ນປີ ຂອງໂຄງການ ແກມຊິວ (GAMCIL)

Sep 11, 2025

ວັນທີ 10 ກັນຍາ 2025 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ນານາຊາດ ໄດ້ຈັດກອງປະຊຸມສະຫຼຸບຜົນງານ 6 ເດືອນຕົ້ນປີ ການປະຕິບັດ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວຢູ່ໃນ ລາວ (GAMCIL) ໄລຍະເດືອນມີນາ – ສິງຫາ 2025 ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of 2 people, dais and text
ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ໄດ້ສະຫຼຸບຜົນງານ 6 ເດືອນຕົ້ນປີ 2025 ຂອງໂຄງການ ຊຶ່ງໄດ້ສຳເລັດການຝຶກອົບຮົມໃຫ້ນັກຂ່າວທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສັງຄົມ, ຄູຝຶກ ແລະ ຜູ້ໃຊ້ສື່ອອນລາຍກ່ຽວກັບການພັດທະນາສີຂຽວ ໂດຍນຳໃຊ້ເຕັກໂນໂລຊີໃໝ່ເຂົ້າໃນການລາຍງານຂ່າວ, ສຳເລັດການຈັດກິດຈະກຳທັດສະນະສຶກສາ ເພື່ອສ້າງຄວາມເຂົ້າໃຈໃຫ້ນັກຂ່າວໄດ້ຕິດຕາມຄວາມສຳຄັນການພັດທະນາສີຂຽວ – ການພັດທະນາຊຸມຊົນ, ເນັ້ນໃສ່ບົດບາດຄວາມສະເໝີພາບຍິງຊາຍໃນທຸກການຝຶກອົບຮົມ, ສຳເລັດວຽກງານໂຄສະນາເຜີຍແຜ່ ກໍຄື ການຈັດຮ້ານວາງສະແດງໃນງານວັນສື່ມວນຊົນ 75 ປີ, ຈັດກິດຈະກຳຍ່າງເພື່ອສຸຂະພາບ, ເຂົ້າຮ່ວມເວທີສົນທະນາ ຫົວຂໍ້ ວຽກງານສື່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຜະລິດບົດ ແລະ ຂ່າວທຸກໄຕມາດ ເຜີຍແຜ່ຜ່ານທາງເວັບໄຊ້ ຂອງອົງການແຄຣ໌ ນານາຊາດ ປະຈຳລາວ,
ທ່ານ ນາງ ບົວຄຳ ຍັງໃຫ້ຮູ້ຕື່ມວ່າ: ໄລຍະດຳເນີນໂຄງການ ຜູ້ໃຫ້ທຶນໄດ້ລົງໄປຢ້ຽມຢາມ, ພົບປະແລກປ່ຽນກັບບັນດາພະນັກງານ ແລະ ຜູ້ເຂົ້າຮ່ວມໂຄງການ ເພື່ອຕິດຕາມຜົນໄດ້ຮັບ. ສ່ວນການປະເມີນຜົນກາງປີ ແລະ ການເກັບກໍາຂໍ້ມູນແມ່ນສຳເລັດເປັນທີ່ຮຽບຮ້ອຍ ປັດຈຸບັນແມ່ນຢູ່ໃນໄລຍະວິເຄາະຂໍ້ມູນ ແລະ ຈະເຜີຍແຜ່ບົດລາຍງານສຸດທ້າຍໃນພາຍຫຼັງ.
May be an image of 12 people, table, lighting and text
ທີ່ມາ: ເສດຖະກິດ-ສັງຄົມ