ກອງປະຊຸມທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກກະ ຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ 3 ຈັດຂຶ້ນໃນວັນທີ 11 ກັນຍາ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະປະຈໍາພັກກະຊວງ, ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ໂດຍອີງຕາມກົດລະບຽບພັກປະຊາຊົນ ປະຕິວັດລາວ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ແຜນດໍາເນີນງານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ສະບັບເລກທີ 375 ຄອກຊ, ລົງວັນທີ 2 ກັນຍາ 2025, ຄະນະບໍລິຫານງານພັກກະຊວງສະ ໄໝທີ V ໄດ້ເປີດບັ້ນດໍາເນີນຊີວິການເມືອງທ້າຍສະໄໝເພື່ອສະຫລຸບຕີລາຄາຄືນ ແລະ ຖອດຖອນບົດຮຽນໃນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ຕະຫລອດໄລຍະ 1 ສະໄໝຜ່ານມາ ແລະ ດໍາເນີນການສໍາຫລວດບຸກຄົນ, ຄະນະພັກ ເພື່ອກໍ່ສ້າງ ເຊິ່ງກັນ ແລະ ກັນຕາມລະບຽບຂອງພັກ.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງຜົນສຳເລັດ ການດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກ ກະຊວງສະໄໝທີ V ທ້າຍສະໄໝ, ຜ່ານຮ່າງບົດລາຍງານການເມືອງ ແລະ ບົດສຳຫລວດການນໍາພາລວມ ເພື່ອໃຫ້ບັນດາສະຫາຍຜູ້ແທນສົມບູນ ໄດ້ປະກອບຄໍາເຫັນກ່ອນປັບປຸງ ແລະ ນຳໄປຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງທ້າຍສະໄໝ. ພ້ອມນີ້, ໄດ້ມີການທາບທາມບຸກຄະລະກອນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຍທຂ ສະ ໄໝທີ VI ຮອບທີ 3.

ພາບ: ວສລ


