ແຂວງຈໍາປາສັກ ນຳສະເໜີຊ່ອງທາງການຄ້າທຸລະກິດຂະໜາດນ້ອຍ-ຂະໜາດກາງ ກໍຄື ລໍ້ຍູ້ “ໂຄງການຈໍາປາເດີ” ພ້ອມທັງວາງສະແດງສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ໃນວັນທີ 11 ກັນຍາ 2025 ທີ່ໂຮງແຮມເອຣາວັນ ຣີເວີຊາຍ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ, ທ່ານ ສົມຈິດ ອິນທະມິດ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍກົງສຸນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍາພາກໃຕ້ລາວ, ຕາງໜ້າກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ, ສະມາຄົມທຸລະກິດ, ຫົວໜ່ວຍທຸລະກິດ, ຜູ້ປະກອບກິດຈະການ, ຜູ້ຜະລິດ ແລະ ບັນດາຫ້າງຮ້ານຕ່າງໆ ເຂົ້າຮ່ວມ.

ທ່ານ ບຸນຍະເດດ ທອງສະຫວັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເປັນການຮ່ວມມື ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ເພື່ອສ້າງແນວຄວາມຄິດທີ່ສອດຄ່ອງກັບ ການພັດທະນາເສດຖະກິດ ແລະ ສ້າງສີສັນ ໃນແຂວງຈໍາປາສັກ ໂດຍການເນັ້ນໃຊ້ຄຳຂວັນ “ຈໍາປາເດີ” ແລະ ຈຸດພິເສດ ທີ່ສະທ້ອນເຖິງເອກະລັກຂອງທ້ອງຖິ່ນ. ການວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຄັ້ງນີ້ ລວມມີສິນຄ້າກະສິກໍາ, ສິນຄ້າຫັດຖະກຳ ຂອງນະຄອນປາກເຊ ແລະ 9 ເມືອງ ພາຍໃນແຂວງ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ລວມມີ 43 ຮ້ານ.

ໂຄງການສ້າງລໍ້ຍູ້ຂາຍເຄື່ອງ “ຈໍາປາເດີ” ກໍເພື່ອສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ, ສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງໃຫ້ມີການແລກປ່ຽນຊື້-ຂາຍຜະລິດຕະພັນ ທີ່ມີຊື່ສຽງ, ມີເອກະລັກ ຊຶ່ງຊີ້ໃຫ້ເຫັນຄວາມເປັນມາຂອງແຂວງຈໍາປາສັກ ໂດຍສອດຄ່ອງກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ສ້າງສີສັນ, ສ້າງມູນຄ່າເພີ່ມ, ສ້າງຄວາມໜ້າສົນໃຈ ຂອງສິນຄ້າ ແລະ ການບໍລິການ ຂອງແຂວງຈໍາປາສັກໄປເທື່ອລະກ້າວ.
ອົບອຸ່ນນໍ້າໃຈ ສືບສານວັດທະນະທໍາ “ ຈໍາປາເດີ ” (Warm the theart of the Champa cultural Village).
ຂ່າວ-ພາບ: ທູນທອງໃຈ


