ສັງເກດຄວາມໝາຍແຫ່ງຍຸກສະໄໝຂອງ “ການຮ່ວມມືບຣິກສໃຫຍ່” ຈາກການຕັ້ງໜ້າເຂົ້າຮ່ວມຂອງລາວ

ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກຄັ້ງທີ 10 ທີ່ຣັດເຊຍ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວກ່າວວ່າ, ລາວມີຈຸດປະສົງຢາກເຂົ້າເປັນສະມາຊິກບຣິກສ, ປັດຈຸບັນ, ພວມຄົ້ນຄວ້າວຽກງານຕ່າງໆທີ່ກ່ຽວຂ້ອງ. ທີ່ຈິງແລ້ວ, ນີ້ບໍ່ແມ່ນຄັ້ງທຳອິດທີ່ລາວຢາກເຂົ້າຮ່ວມເປັນສະມາຊິກບຣິກສ. ໃນກອງປະຊຸມສຸດຍອດອົງການບຣິກສຄັ້ງທີ 16 ທີ່ຈັດຂຶ້ນຢູ່ນະຄອນຄາຊານຂອງຣັດເຊຍໃນເດືອນຕຸລາປີ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວໄດ້ຮຽກຮ້ອງຢ່າງເປັນທາງການວ່າ ລາວຢາກກາຍເປັນປະເທດສະມາຊິກຢ່າງສົມບູນຂອງບຣິກສ. ທ່າທີທີ່ຕັ້ງໜ້າຂອງລາວໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດອັນເຂັ້ມແຂງຂອງກົນໄກບຣິກສ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍແຫ່ງຍຸກສະໄໝຂອງ “ການຮ່ວມມືບຣິກສໃຫຍ່”ອີກດ້ວຍ.
ກ່ອນອື່ນ, ນັບແຕ່ໄດ້ສ້າງຕັ້ງບຣິກສຂຶ້ນໃນປີ 2006 ເປັນຕົ້ນມາ, ກົນໄກຮ່ວມມືບຣິກສໄດ້ກັບຜົນສຳເລັດທີ່ອຸດົມສົມບູນ ເຊິ່ງກາຍເປັນກຳລັງທີ່ຕັ້ງໜ້າ, ໝັ້ນຄົງ ແລະ ສ້າງສັນໃນວຽກງານສາກົນ. ວັນທີ 8 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ກ່າວຄຳປາໄສສຳຄັນພາຍໃຕ້ຫົວຂໍ້ “ສາມັກຄີຮ່ວມມືກັນ ແລະ ສູ້ຊົນຜ່ານຜ່າກ້າວໄປໜ້າ” ໃນກອງປະຊຸມສຸດຍອດບຣິກສຜ່ານທາງອອນລາຍ ໂດຍກ່າວເນັ້ນໜັກວ່າ: ໃນຖານະເປັນຜູ້ນຳໜ້າໃນເຂດໂລກໃຕ້, ບຣິກສຄວນຍຶດໝັ້ນຈິດໃຈ ທີ່ເປີດກວ້າງ, ກວມລວມ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປັດຈຸບັນ, ປະເທດສະມາຊິກບຣິກສມີປະຊາກອນລວມກັນກວມເອົາເກືອບເຄິ່ງໜຶ່ງຂອງໂລກ, ຍອດປະລິມານເສດຖະກິດກວມເອົາປະມານ 30% ຂອງໂລກ, ມູນຄ່າການຄ້າກວມເອົາປະມານ 1 ສ່ວນ 5 ຂອງຍອດມູນຄ່າການຄ້າໂລກ. ໃນຖານະເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ຈີນສືບຕໍ່ຍຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ໂດຍຜ່ານຈາກການຈັດກິດຈະກຳຕ່າງໆ ເຊັ່ນ: ງານພົບປະສັງສັນການລົງທຶນ, ງານວາງສະແດງການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະອື່ນໆ ເພື່ອຊຸກຍູ້ບັນດາປະເທດສະມາຊິກບຣິກສຊົມໃຊ້ໂອກາດຮ່ວມກັນ ແລະ ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຮັດໃຫ້ບັນດາປະເທດໃນເຂດໂລກໃຕ້ໄດ້ເຂົ້າຮ່ວມການຮ່ວມມືສາກົນ ແລະ ຊົມໃຊ້ໝາກຜົນການພັດທະນາໄດ້ຢ່າງຍຸຕິທຳກວ່າເກົ່າ. ໃນຖານະເປັນປະເທດກຳລັງພັດທະນາ, ລາວມີຄວາມປາຖະໜາຢ່າງແຮງກ້າຢາກນຳໃຊ້ເວທີຂອງບຣິກສ ເພື່ອຍາດໂອກາດຮ່ວມມືດ້ານເສດຖະກິດຫຼາຍກວ່າເກົ່າ ແລະ ຊຸກຍູ້ການພັດທະນາເສດຖະກິດຂອງລາວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດດ້ານເສດຖະກິດຂອງກົນໄກບຣິກສ.

ສອງ, ເມື່ອສັງເກດຈາກດ້ານການເມືອງພູມີພາກ ແລະ ການພົວພັນລະຫວ່າງສອງຝ່າຍແລ້ວເຫັນວ່າ, ລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງຈີນ, ສອງປະເທດໄດ້ກັບຜົນສຳເລັດດ້ານການຮ່ວມມືທີ່ອຸດົມສົມບູນ ພາຍໃຕ້ຂອບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໃນຖານະເປັນໂຄງການສັນຍະລັກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ເຮັດໃຫ້ລາວຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ ແລະ ກາຍເປັນແບບຢ່າງແຫ່ງການເຊື່ອມໂຍງເຂົ້າກັນຂອງພາກພື້ນ, ພ້ອມທັງໄດ້ສ້າງໂອກາດແບບບໍ່ເຄີຍມີມາກ່ອນໃຫ້ແກ່ການພັດທະນາຂອງລາວ, ຈີນ ແລະ ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້. ທ່ານສີຈິ້ນຜິງໄດ້ສະເໜີໃຫ້ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ເຊິ່ງເປັນການຊີ້ທິດເຍືອງທາງໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງສອງປະເທດໃນອະນາຄົດ. ພາຍໃຕ້ຂອບອົງການບຣິກສ, ຈີນ ແລະ ລາວສາມາດຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືຕົວຈິງລະຫວ່າງສອງຝ່າຍໄປສູ່ຂົງເຂດຫຼາຍຝ່າຍທີ່ກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດກ້າວໄປສູ່ການສ້າງສາຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນພາຍໃຕ້ຂອບຫຼາຍຝ່າຍ ເຊິ່ງມີຄວາມໝາຍເລິກເຊິ່ງແລະຍາວໄກຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ສາມ, ທ່ານສີຈິ້ນຜິງໄດ້ສະເໜີ 3 ຂໍ້ສະເໜີສຳຄັນໃນໂອກາດກ່າວຄຳປາໄສວ່າ: ຍຶດໝັ້ນລັດທິຫຼາຍຝ່າຍ ແລະ ປົກປ້ອງຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ; ຍຶດໝັ້ນສ້າງຜົນປະໂຫຍດໃຫ້ທົ່ວເຖິງແລະກວມລວມ ເພື່ອຊົມໃຊ້ໝາກຜົນແຫ່ງການພັດທະນາຮ່ວມກັນ; ຍຶດໝັ້ນຂັບເຄື່ອນການພັດທະນາດ້ວຍຫົວຄິດປະດິດສ້າງ ແລະ ອົບຮົມບົ່ມສ້າງກຳລັງການຜະລິດດ້ວຍຄຸນນະພາບໃໝ່. ຂໍ້ສະເໜີເຫຼົ່ານີ້ໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາຂອງປະເທດສະມາຊິກບຣິກສໃນອະນາຄົດ, ທັງໄດ້ສະໜອງຂອບການຮ່ວມມືໃຫ້ແກ່ປະເທດທີ່ຢາກເຂົ້າເປັນສະມາຊິກບຣິກສ. ລາວມີທ່າແຮງພິເສດໃນດ້ານກະສິກຳ ແລະ ຊັບພະຍາກອນທຳມະຊາດ ທີ່ມີຄວາມຊ່ວຍຊູຍູ້ໜູນກັນຫຼາຍກັບອຸດສາຫະກຳຂອງປະເທດສະມາຊິກອື່ນໆຂອງບຣິກສ. ໂດຍຜ່ານຈາກການເຂົ້າຮ່ວມບຣິກສ, ລາວສາມາດບັນລຸການພັດທະນາແບບຊ່ວຍຊູຍູ້ໜູນກັນ ແລະ ຮ່ວມກັນບຸກເບີກຕະຫຼາດທີ່ກວ້າງຂວາງກວ່າເກົ່າກັບປະເທດສະມາຊິກອື່ນໆ ເຊິ່ງບໍ່ພຽງແຕ່ຈະມີຜົນດີຕໍ່ການພັດທະນາເສດຖະກິດສັງຄົມຂອງລາວເທົ່ານັ້ນ, ຫາກຍັງຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງປະເທດສະມາຊິກບຣິກສ ເພື່ອຊຸຍກູ້ການຮ່ວມມືຂອງບຣິກສໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ.

ໃນຊຸມປີຜ່ານມາ, ຄຽງຄູ່ກັບກົນໄກການຮ່ວມມືບຣິກສມີບົດບາດນັບມື້ນັບສູງຂຶ້ນ, ປະເທດສະມາຊິກບຣິກສໄດ້ກາຍເປັນກຳລັງແຮງສຳຄັນທີ່ເບິ່ງຂ້າມບໍ່ໄດ້ໃນເວທີສາກົນ, ປະເທດກຳລັງພັດທະນາໄດ້ເລືອກເຂົ້າເປັນສະມາຊິກບຣິກສນັບມື້ນັບຫຼາຍຂຶ້ນ. ທ່ານສີຈິ້ນຜິງເຄີຍພັນລະນາວ່າ: “ບຣິກສຄ້າຍຄືນິ້ວມື 5 ນິ້ວ, ເມື່ອຈ່າງອອກແຕ່ລະນິ້ວຈະສັ້ນຍາວຕ່າງກັນ ແລະ ມີບົດບາດຕ່າງກັນ, ເມື່ອກຳເປັນກຳປັ້ນຈະມີກຳລັງເອກະພາບທີ່ເຂັ້ມແຂງ”. ລາວມີຄວາມປາຖະໜາຢາກເຂົ້າເປັນປະເທດສະມາຊິກບຣິກສ ຍ້ອນເຫັນດີເຫັນພ້ອມຕໍ່ກົນໄກບຣິກສ ແລະ ມີຄວາມຄອງຄອຍຕໍ່ອະນາຄົດຂອງ “ການຮ່ວມມືບຣິກສໃຫຍ່”. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ຈະສອດຄ່ອງກັບຜົນປະໂຫຍດດ້ານການພັດທະນາຂອງລາວເອງເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງປະເທດໃນເຂດໂລກໃຕ້ຕໍ່ການເພີ່ມຄວາມສາມັກຄີ ແລະ ສະແຫວງຫາການພັດທະນາຮ່ວມກັນອີກດ້ວຍ. ໃນອະນາຄົດ, ຄຽງຄູ່ກັບປະເທດຕ່າງໆເຂົ້າເປັນສະມາຊິກບຣິກສນັບມື້ນັບຫຼາຍຂຶ້ນ, ບຣິກສຈະເສີມຂະຫຍາຍບົດບາດສຳຄັນກວ່າເກົ່າເຂົ້າໃນການບໍລິຫານສາກົນ ແລະ ປະກອບສ່ວນຫຼາຍກວ່າເກົ່າ ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ.


