ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະບໍລິຫານງານພັກແຂວງຄໍາມ່ວນ ດຳເນີນຊີວິດການເມືອງທ້າຍສະໄໝທີ X

Sep 12, 2025

ກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກແຂວງຄໍາມ່ວນ ສະໄໝທີ X, ຈັດຂຶ້ນໃນລະຫວ່າງວັນທີ 11-13 ກັນຍາ 2025 ນີ້ ທີ່ເຮືອນພັກເລກ 1 ຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ກວດກາສູນກາງພັກ, ບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ສຸດທີ່ມີຄວາມສໍາຄັນ ເພື່ອພ້ອມກັນສະຫຼຸບຕີລາຄາຄືນ ການເຄື່ອນໄຫວຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກແຂວງ ແລະ ຂອງບຸກຄົນໃນຄະນະບໍລິຫານງານພັກແຂວງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງຕະຫຼອດໄລຍະ 5 ປີ ຜ່ານມາ, ແລະ ສິ່ງສໍາຄັນກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝນີ້ ຈະໄດ້ດໍາເນີນການທາບທາມບຸກຄະລາກອນເຂົ້າໃນການເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບ 3. ເພື່ອຮັບປະກັນແກ່ການດຳເນີນຊີວິດການເມືອງທ້າຍສະໄໝ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.
May be an image of 6 people and text
ໃນພິທີ, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ໃຫ້ກຽດກ່າວມີ ຄໍາເຫັນໂອ້ລົມໃນຫຼາຍບັນຫາສໍາຄັນຕໍ່ບັນດາສະຫາຍຄະນະພັກແຂວງ ແນໃສ່ເພື່ອສືບຕໍ່ປັບປຸງປົວແປງພາຍໃນອົງຄະນະພັກແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງເປັນການຍົກສູງການນໍາພາ ຂອງອົງຄະນະພັກແຂວງຄໍາມ່ວນໃຫ້ສູງເດັ່ນຂຶ້ນ ສາມາດຍາດໄດ້ຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ມະນີວັນ