ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມ ລະຫວ່າງ ທ່ານ ນາງ ສຸລິນ ຊະນະໄຊ ປະທານບໍລິສັດ SX GROUP ກັບ ທ່ານ ນາງ ວັນແສງ ຈຸນລະມະນີ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ເພື່ອສ້າງ ແລະພັດທະນາ ແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ເພື່ອໃຫ້ AI ເຂົ້າໃຈ ແລະ ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ,ໂດຍມີທ່ານ ເດຊານຸລາດ ແສງດວງເດດ ອະທິການບໍດີມຊເປັນສັກຂີພິຍານ.
ຈຸດປະສົງຫຼັກການຮ່ວມມື ແມ່ນຮ່ວມກັນສ້າງ ແລະ ການພັດທະນາ Lao Large Model ແລະ Lao Corpus, ເຊິ່ງ Lao Large Model ແມ່ນແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ທີ່ສ້າງຂຶ້ນເພື່ອພາສາລາວ ເພື່ອໃຫ້ AI ເຂົ້າໃຈ ແລະ ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ ແລະ Lao Corpus ແມ່ນຖານຂໍ້ມູນພາສາລາວທີ່ຄົບຖ້ວນ ຖືກຕ້ອງ ແລະ ມີມາດຕະຖານ ທີ່ຊ່ວຍໃຫ້ AI ເວີຊັນພາສາລາວ ມີຄຸນນະພາບ ສາມາດນໍາໃຊ້ໄດ້ສົມບູນແບບທີ່ສຸດ.


