ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸກທະລຸການບໍລິການຜ່ານປະຕູດຽວຕາມເສັ້ນທາງລົດໄຟລາວ-ຈີນ

Sep 12, 2025

ບຸກທະລຸການບໍລິການຜ່ານປະຕູດຽວຕາມເສັ້ນທາງລົດໄຟລາວ-ຈີນ
​ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໂດຍໄດ້ພົບປະເຮັດວຽກກັບ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ເປິກສາຫາລື ແລະ ຕົກລົງຫຼາຍບັນຫາສໍາຄັນ, ໜຶ່ງໃນນັ້ນແມ່ນການລົງນາມສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ສິ່ງນີ້ຖືເປັນການພັດທະນາທີ່ສໍາຄັນລະຫວ່າງ ລາວ ແລະ ຈີນ ໃນການເຊື່ອມໂຍງ​ເຊື່ອມ​ຈອດ​ດ້ານ​ລະ​ບ​ຽບ​ການ ເພື່ອເຮັດໃຫ້ການບໍລິການຜ່ານດ່ານສາກົນຂອງສອງປະເທດຕາມເສັ້ນທາງລົດໄຟລາວ-ຈີນ ມີຄວາມສະດວກສະບາຍສໍາລັບຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂ້າມຊາດ.
ເສັ້ນທາງລົດໄຟລາວ-ຈີນ ເລີ່ມເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ ປີ 2021, ມີໄລຍະທາງຈາກນະຄອນຫຼວງວຽງຈັນຂອງລາວໄປຫານະຄອນຄຸນໝິງ ແຂວງຢຸນນານຂອງຈີນ ຍາວ 1.039 ກິໂລແມັດ, ເປັນໂຄງການສໍາຄັນທີ່ຢູ່ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ (BRI)”. ເນື່ອງຈາກມີຂໍ້ຈໍາກັດທາງດ້ານພູມສາດ, ສອງຝ່າຍໄດ້ຕົກລົງຈັດຕັ້ງດ່ານກວດກາສາກົນກ່ອນເຂົ້າປະເທດຂອງກັນ ແລະ ກັນຢູ່ 2 ສະຖານີ ຄື: ດ່ານກວດກາສາກົນຢູ່ສະຖານີບໍ່ເຕ່ນຂອງລາວ ແລະ ດ່ານກວດກາສາກົນຢູ່ສະຖານີບໍ່ຫານຂອງຈີນ ຊຶ່ງຕັ້ງຢູ່ເຂດຊາຍແດນຂອງສອງປະເທດ ມີໄລຍະຫ່າງກັນຫຼາຍກວ່າ 12 ກິໂລແມັດ ແລະ ເຊື່ອມຕໍ່ກັນດ້ວຍອຸມົງຂ້າມຊາຍແດນ ທີ່ເອີ້ນວ່າ: “ອຸມົງມິດຕະພາບ ລາວ-ຈີນ”.
ນັບແຕ່ເປີດບໍລິການລົດໄຟ ລາວ-ຈີນ ເປັນຕົ້ນມາ, ການກວດກາຜູ້ໂດຍສານລະຫວ່າງປະເທດຕ້ອງໄດ້ປະຕິບັດຢູ່ທັງສອງດ່ານສາກົນຂອງສອງປະເທດ. ໝາຍຄວາມວ່າ ຕ້ອງໄດ້ຂຶ້ນ ແລະ ລົງຢູ່ທັງສອງສະຖານີເພື່ອດໍາເນີນການກວດກາຕ່າງໆ ຕາມລະບຽບການຂອງສອງປະເທດ. ເບື້ອງຕົ້ນຕ້ອງໃຊ້ເວລາເຖິງ 3 ຊົ່ວໂມງຈຶ່ງສໍາເລັດ, ຕໍ່ມາໄດ້ປັບຕາຕະລາງເວລາ ແລະ ເປີດຊ່ອງທາງກວດສອບເພີ່ມຕື່ມ ເຮັດໃຫ້ຫຼຸດລົງເຫຼືອ 2 ຊົ່ວໂມງ. ສ່ວນການ​ຂົນ​ສົ່ງ​ສິນຄ້າຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ ​ຕ້ອງ​​ຄ່ຽນຖ່າຍຕາມການກວດ​ກາ​ຜ່ານ​ດ່ານ​ຢູ່​ສອງ​ປະ​ເທດ ແລະ ​ຈອດ​ຢູ່​ເຂດ​ຊາຍ​ແດນ​ເປັນ​ເວ​ລາ 4 ຊົ່ວ​ໂມງ ເຮັດໃຫ້ມີຊ່ອງຫວ່າງທີ່ຕ້ອງໄດ້ສືບຕໍ່ປັບປຸງເພື່ອໃຫ້ການຜ່ານດ່ານວ່ອງໄວຂຶ້ນກວ່າເກົ່າ.
ຍ້ອນເຫັນໄດ້ຄວາມສໍາຄັນຂອງເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນທາງຄໍາ, ສອງລັດຖະບານ ລາວ ແລະ ຈີນ ໄດ້ເອົາໃຈໃສ່ຊີ້ນໍາຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການບໍລິການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂ້າມຊາຍແດນຜ່ານລົດໄຟດັ່ງກ່າວມີຄວາມສະດວກສະບາຍກວ່າເກົ່າ. ດັ່ງນັ້ນ, ໃນຊຸມປີມໍ່ໆ ມານີ້, ຄະນະຮັບຜິດຊອບຂອງສອງຝ່າຍ ໄດ້ປະຕິບັດຕາມຄວາມເຫັນສໍາຄັນທີ່ການນໍາຂັ້ນສູງຂອງສອງປະເທດ, ຍຶດໝັ້ນທັດສະນະອັນຍາວນານ, ເອົາໃຈໃສ່ປະຊາຊົນເປັນອັນດັບ ໜຶ່ງ ແລະ ນໍາເອົາແນວຄິດດ້ານນະວັດຕະກໍາມາໃຊ້, ພ້ອມທັງຖອດຖອນບົດຮຽນຈາກການປະຕິບັດຕົວຈິງໃນໄລຍະຜ່ານມາ.
ໃນທີ່ສຸດຄວາມພະຍາຍາມຂອງສອງຝ່າຍກໍເປັນຈິງ ເມື່ອສັນຍາວ່າດ້ວຍການປະຕິບັດວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ໄດ້ຮັບການລົງນາມຮ່ວມກັນຂອງສອງຝ່າຍລາວ ແລະ ຈີນ ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໃນຄັ້ງນີ້.
“ກວດກາປະຕູດຽວ, ຄັ້ງດຽວ” ໝາຍເຖິງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ແລະ ຈີນ ຈະຮ່ວມກັນປະຕິບັດໜ້າທີ່ຂອງຕົນເພື່ອກວດກາການຂາເຂົ້າ-ຂາອອກຢູ່ດ່ານກວດກາຈຸດດຽວກັນ, ໃນນີ້ ຈະດໍາເນີນການກວດກາຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກຂອງລົດໄຟທີ່ມາຈາກຝ່າຍຈີນຢູ່ດ່ານສາກົນບໍ່ເຕ່ນ ແລະ ກວດກາຜູ້ໂດຍສານທັງຂາອອກ ແລະ ຂາເຂົ້າຂອງລົດໄຟທີ່ໄປຈາກຝ່າຍລາວຢູ່ດ່ານສາກົນບໍ່ຫານ ເຮັດໃຫ້ຜູ້ໂດຍສານຂອງລົດໄຟລາວ-ຈີນ ບໍ່ຈຳເປັນຕ້ອງລົງກວດກາຜ່ານດ່ານຊາຍແດນຂອງທັງສອງປະເທດອີກຕໍ່ໄປ, ເຊິ່ງຄາດວ່າຈະໃຊ້ເວລາໃນການກວດກາບໍ່​ຮອດ 30 ນາ​ທີ ກໍສໍາເລັດ.
ສ່ວນການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ທີ່ຕ້ອງ​​ຄ່ຽນຖ່າຍຕາມ “ການກວດ​ກາ​ຜ່ານ​ດ່ານ​ຢູ່​ສອງ​ປະ​ເທດ” ແລະ ຕ້ອງໃຊ້​​ເວ​ລາເຖິງ 4 ຊົ່ວ​ໂມງ, ເມື່ອປະຕິບັດຕາມ “ການກວດ​ກາ​ປະ​ຕູ​ດຽວ, ຄັ້ງ​ດຽວ”​ ຈະ​ສາ​ມາດ​ປ່ອຍການ​ຂົນ​ສົ່ງ​​ສິນ​ຄ້າໄດ້ດີກວ່າເກົ່າຫຼາຍກວ່າ 30% ເຊິ່ງຈະ​ສ້າງ​ຄວາມ​ສະ​ດວ​ກ​ສະບາຍຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຂົນ​ສົ່ງໝາກ​ໄມ້ ແລະ ຜັກ​ແຊ່​ເຢັນ ກໍ​ຄື ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ລະ​ຫວ່າງ​ຈີນ-ລາວ​-ໄທ.
ວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ບໍ່​ແມ່ນການຫຼຸດ​ຜ່ອນ​ການ​ຄວບ​ຄຸ​ມ, ແຕ່​ແມ່ນການ​ຫັນ​ປ່ຽນ​ການກວດ​ກາ​ແບບ​ຕາມ​ລຳ​ດັບໃຫ້​ກາຍ​ເປັນ​ກາ​ນກວດ​ກາ​ແບບ​ໄປ​ພ້ອມ​ກັນ ຄື: ສອງ​ຝ່າຍ​ຊົມ​ໃຊ້ຂໍ້​ມູນ​ຮ່ວມ​ກັນ, ບັນ​ລຸ “ການກວດ​ກາ​ຜ່ານ​ເຄື່ອງ​ຈັກ​ຄັ້ງ​ດຽວ ແລະ ສອງ​ປະ​ເທດ​ຊົມ​ໃຊ້​ຂໍ້​ມູນ​ການກວດ​ກາ​ຮ່ວມ​ກັນ” ເຊິ່ງ​​​ຊ່ວຍຫຼຸດ​ຜ່ອນ​ເວ​ລາ​ລໍ​ຖ້າ​ຂອງ​ຜູ້​ໂດຍ​ສານ ແລະ ຄວາມວ່ອງໄວຂອງການຂົນສົ່ງສິນຄ້າຊ້າມຊາດ, ທັງເປັນການຊ່ວຍ​ຍົກລະ​ດັບ​ຄວາມ​ແມ່ນ​ຢຳ​ໃນ​ການ​ກະ​ກັດ​ກັ້ນ​ຄວາ​ມ​ສ່ຽງຕ່າງໆ ອີກດ້ວຍ.
ນີ້ຖືເປັນການປັບປຸງທີ່ສໍາຄັນ, ທັງສອດຄ່ອງກັບຄວາມຕ້ອງການຂອງຜູ້ໂດຍສານ ກໍຄື ການຂົນສົ່ງສິນຄ້າຂ້າມປະເທດທີ່ຕ້ອງການຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພ, ທັງຊ່ວຍຫຼຸດຜ່ອນຈໍານວນພະນັກງານ ແລະ ເຄື່ອງມືອຸປະກອນຊໍ້າຊ້ອນ ເຊິ່ງເປັນການປະຢັດຊັບພະຍາກອນຢ່າງມີປະສິດທິຜົນ. ຂະນະດຽວກັນ ນີ້ບໍ່​ພຽງ​ແຕ່​ເປັນການ​ຜ່ານ​ດ່ານ​ທີ່ວ່ອງໄວ​ກວ່າ​ເກົ່າ ເທົ່າ​ນັ້ນ, ​ຍັງ​ເປັນການ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​ເຮັດ​ໃຫ້​ກົດ​ໝາຍ, ລະ​ບຽບ​ການ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ເຮັດ​ໃຫ້ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລ​ວງ​ເລິກ​ຢ່າງ​ໜັກ​ແໜ້ນ.
ເຊື່ອແນ່ວ່າ: ການປະຕິບັດວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈະຍິ່ງເພີ່ມການອໍານວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງ ເສີມການແລກປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄືໃນປະເທດລາວໃຫ້ມີການຂະຫຍາຍຕົວ, ໂດຍສະເພາະເປັນປະເທດເຊື່ອມໂຍງພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງລາວ, ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟແຫ່ງນີ້, ໄປພ້ອມໆ ກັບການຂົນສົ່ງສິນຄ້າຂ້າມຊາດທີ່ສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ, ທັງສ້າງໂອກາດໃນດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ຈີນ ກັບປະເທດຕ່າງໆ ນັບມື້ເພີ່ມຂຶ້ນເຊັ່ນດຽວກັນ ເຊິ່ງຈະເຮັດໃຫ້ເສັ້ນ ທາງລົດໄຟລາວ-ຈີນ ສືບຕໍ່ເປັນເສັ້ນທາງຄໍາທີ່ຊຸກຍູ້ການພັດທະນາເສດຖະກິດຂອງລາວ ແລະ ຈີນ ກໍຄືຂອງພາກພື້ນຕະຫຼອດໄປ.
ໂດຍ: BT, ວສລ