ພົບປະສອງຝ່າຍ ລະຫວ່າງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເຄຫາສະຖານ ແລະ ພັດທະນາຕົວເມືອງ-ຊົນນະບົດ ສປ ຈີນ ທີ່ເມືອງກຸ້ຍຫລິນ, ສປຈີນ ວັນທີ 14 ກັນຍາ 2025
ໃນໂອກາດເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ປະຈຳປີ 2025 (ASEAN-China Ministerial Roundtable Construction 2025) ທ່ານ ເດດສົງຄາມ ທຳມະວົງ, ຮອງລັດຖະມົນຕີກະຊວງ ຍທຂ ສປປ ລາວ ນໍາພາຄະນະເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ປະຈຳປີ 2025 ທີ່ເມືອງ ກຸ້ຍຫລິນ, ສປ ຈີນ ໄດ້ພົບປະສອງຝ່າຍກັບທ່ານ ທ່ານ ລີ ສ່ຽວຫຼົງ ຮອງລັດຖະມົນຕີກະຊວງເຄຫາສະຖານ ແລະ ພັດທະນາຕົວເມືອງ-ຊົນນະບົດ ສປ ຈີນ. ສອງຝ່າຍ ໄດ້ຕີລາຄາສູງ ຜົນສຳເລັດການຮ່ວມມືໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະກໍຄືຂະແໜງໂຍທາທິການ ແລະ ຂົນສົ່ງ.

ທັງສອງຝ່າຍເຫັນດີ ຜັນຂະຫຍາຍຜົນສຳເລັດ ຈາກການພົບປະຂອງຜູ້ນຳສູງສຸດ ຂອງສອງພັກ ສອງ ລັດ ເພື່ອສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ລາວ-ຈີນ ແລະ ຈີນ-ລາວ ທີ່ເປັນຄູ່ຮ່ວມຊາຕາກໍາມາຮອດປັດຈຸ ບັນ ເຊິ່ງໄດ້ກາຍເປັນແບບຢ່າງໜຶ່ງທີ່ດີ ຂອງການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາດຽວກັນ, ການຮ່ວມມື ລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກ້າວສູ່ຄຸນນະພາບໃໝ່ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ.

ສປປ ລາວ ສະເໜີໃຫ້ ສປ ຈີນ ພິຈາລະນາເພື່ອແລກປ່ຽນບົດຮຽນ ແລະ ນໍາໃຊ້ຄວາມຮູ້, ເຕັກໂນໂລຊີທີ່ກ້າວໜ້າ ຂອງ ສປ ຈີນ ເພື່ອແກ້ໄຂສິ່ງທ້າທາຍຂອງບັນຫາການຄຸ້ມຄອງຕົວເມືອງ 4 ດ້ານ ດັ່ງນີ້:
1. ການກາຍເປັນຕົວເມືອງທີ່ສູງ,
2. ການບຸກລຸກພື້ນທີ່ທຳມະຊາດ,
3. ການປ່ຽນແປງດິນຟ້າອາກາດ
4. ການພັດທະນາບຸກຄະລະກອນ
ສອງຝ່າຍເຫັນດີເອກະພາບ ມອບໃຫ້ກົມກ່ຽວຂ້ອງຄື: ກົມເຄຫາ ແລະ ຜັງເມືອງ ສປປ ລາວ ແລະ ກົມແຜນການ, ການເງິນ ແລະ ຮ່ວມມືຕ່າງປະເທດ ສປ ຈີນ ສ້າງກົນໄກ ປຶກສາຫາລືລະອຽດ ເພື່ອກ້າວ ໄປເຖິງການເຊັນ MOU ໂດຍໄວ.


